skip to log on skip to main content
VoiceOver users please use the tab key when navigating expanded menus

ການບໍລິການດ້ານທຸລະກໍາການທະນາຄານ

ລາວ | English

 

ການບໍລິການດ້ານທຸລະກໍາການທະນາຄານເປັນໝາກຫົວໃຈຂອງການບໍລິການຂອງພວກເຮົາໂດຍເປົ້າໝາຍແມ່ນເພື່ອເຮັດໃຫ້ລູກຄ້າສາມາດເຂົ້າເຖິງການເຮັດທຸລະກໍາແລະຜະລິດຕະພັນຕ່າງໆຂອງທາງທະນາຄານໄດ້ໂດຍການສະໜອງທາງອອກແກ່ລູກຄ້າດ້ານ ການທະນາຄານເພື່ອການຄ້າ, ການບໍລິຫານເງິນສົດແລະການຈ່າຍ ໂດຍຜ່ານຫຼາຍຊ່ອງທາງແລະຫຼາຍສະກຸນເງິນ.

ການທະນາຄານເພື່ອການຄ້າແລະການສະໜອງ 

ການບໍລິຫານການຈ່າຍແລະເງິນສົດ 

ຊ່ອງທາງບໍລິການ ANZ TRANSACTIVE 

ການທະນາຄານເພື່ອການຄ້າແລະການສະໜອງ

ທຸກໆຄວາມຕ້ອງການຂອງທຸລະກິດມີຄວາມແຕກຕ່າງກັນ, ບໍ່ວ່າສິ່ງທີ່ທ່ານຕ້ອງການແມ່ນຫຍັງ, ຈາກສິ່ງທີ່ທໍາມະດາແລະງ່າຍດາຍເຖິງທຸລະກໍາການຄ້າທີ່ມີຄວາມສັບຊ້ອນ, ພວກເຮົາມີທາງອອກທີ່ມີປະສິດທິພາບ ແລະ ຄວາມຮູ້ທີ່ເຕັມປ່ຽມດ້ານຜະລິດຕະພັນເພື່ອໃຫ້ໝັ້ນໃຈວ່າທຸລະກິດຂອງທ່ານຈະໄດ້ຮັບການບໍລິການທາງດ້ານທະນາຄານທີ່ດີທີ່ສຸດແລະເໝາະສົມທີ່ສຸດ.

ເອເອັນແຊັດຂອງພວກເຮົາຍັງໄດ້ສະໜອງຜະລິດຕະພັນພື້ນຖານເພື່ອຮອງຮັບການເຮັດທຸລະກໍາໃນການຄ້າຂາຍພັວພັນກັບຕ່າງປະເທດຂອງທ່ານແລະຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຄວາມຜິດຜາດໃນການຈ່າຍເງິນຕ່າງໆ. ພວກເຮົາຍັງໄດ້ສະໜອງຜະລິດຕະພັນບໍລິການອື່ນໆທີ່ກ່ຽວພັນກັບການຊ່ວຍເຫຼືອທ່ານດ້ານການເງິນ, ການຫຼຸດຜ່ອນຄວາມສ່ຽງ ແລະ ການບໍລິຫານສະພາບຄ່ອງທາງທຸລະກິດ.

ຜະລິດຕະພັນທີ່ກ່ຽວພັນກັບການນໍາເຂົ້າ

  • ບໍລິການໜັງສືສິນເຊື່ອ
  • ບໍລິການເອກະສານແລະການເກັບເງິນ
  • ເງິນກູ້ເພື່ອການນໍາເຂົ້າສິນຄ້າ

ໜັງສືຄໍ້າປະກັນຕ່າງໆ

  • ໜັງສືຄໍ້າປະກັນການປະມູນ, ການປະຕິບັດສັນຍາ ແລະ ການຈ່າຍເງິນລ່ວງໜ້າ
  • ໜັງສືຄໍ້າປະກັນ Standby LC

ຜະລິດຕະພັນທີ່ກ່ຽວພັນກັບການສົ່ງອອກ

  • ບໍລິການນໍາສົ່ງໜັງສືສິນເຊື່ອ ແລະ ການຮຽກເກັບ
  • ບໍລິການຢືນຢັນໜັງສືສິນເຊື່ອ
  • ບໍລິການໂອນປ່ຽນໜັງສືສິນເຊື່ອ
  • ບໍລິການເອກະສານແລະການເກັບເງິນ
  • ບໍລິການເງິນກູ້ເພື່ອການສົ່ງອອກອື່ນໆ

ການບໍລິຫານການຈ່າຍແລະເງິນສົດ

ທະນາຄານເອເອັນແຊັດລາວ ເຊື່ອມກັບບັນດາທະນາຄານຕ່າງໆຂອງກຸ່ມທະນາຄານເອເອັນແຊັດສາມາດສະໜອງທາງອອກທີ່ມີປະສິດທິພາບຕໍ່ກັບຄວາມຈໍາເປັນກ່ຽວກັບການບໍລິຫານເງິນສົດຂອງທ່ານ. ພວກເຮົາໝັ້ນໃຈວ່າຜະລິດຕະພັນແລະບໍລິການທີ່ທັນສະໄໝຂອງພວກເຮົາຈະຊ່ວຍທ່ານຫຼຸດການສິ້ນເປືອງເວລາທາງທຸລະກິດຂອງທ່ານແລະສາມາດສຸມໃສ່ການດໍາເນີນທຸລະກິດໄດ້ດີຂຶ້ນ.

ທະນາຄານເອເອັນແຊັດລາວ ຍັງໄດ້ສະໜອງຜະລິດຕະພັນທີ່ຫຼາກຫຼາຍເພື່ອຊ່ວຍທ່ານໃນການບໍລິການກະແສເງິນສົດຂອງທຸລະກິດ, ສະພາບຄ່ອງ ແລະ ການລົງທຶນຂອງທ່ານຜ່ານຊ່ອງທາງດັ່ງລຸ່ມນີ້:

  • ບໍລິຫານຄວາມສົມດຸນຂອງບັນຊີແລະເຂົ້າເຖິງການບໍລິການນະວັດຕະກໍາດ້ານການລົງທຶນຕ່າງໆໂດຍມີຄວາມຫຼາກຫຼາຍຂອງສະກຸນເງິນທີ່ສາມາດນໍາໃຊ້ໄດ້.
  • ຄວາມສົມບູນແບບຕໍ່ກັບຜົນສໍາເລັດຂອງການເຮັດທຸລະກໍາທັງພາຍໃນແລະຕ່າງປະເທດທີ່ກ່ຽວກັບຂັ້ນຕອນແລະລະບົບການຈັດການ.
  • ຫຼຸດຜ່ອນຄ່າທໍານຽມທີ່ກ່ຽວພັນຕ່າງໆໄດ້.
  • ໃຫ້ຄໍາປຶກສາທີ່ມີປະໂຫຍດແລະສາມາດເຂົ້າເຖິງບັນດາເຄື່ອຄ່າຍຕ່າງໆຂອງເອເອັນແຊັດໃນທົ່ວອາຊີ, ປາຊີຟິກ, ອົສຕາລີ ແລະ ນິວຊີແລນ; ເຊິ່ງສາມາດພັກດັນທ່ານເພື່ອຂະຫຍາຍທຸລະກິດຂອງທ່ານໄດ້.

ທະນາຄານເອເອັນແຊັດລາວສາມາດສະໜອງການບໍລິການເພື່ອບໍລິຫານການຈ່າຍແລະເງິນສົດເພື່ອສອດຄ່ອງກັບຄວາມຈໍາເປັນຂອງລູກຄ້າເຊິ່ງປະກອບມີ:

ການບໍລິການເປີດບັນຊີ

  • ບັນຊີກະແສລາຍວັນ
  • ບັນຊີຝາກມີກໍານົດ

ການບໍລິການບັນຊີລາຍຮັບແກ່ລູກຄ້າ

  • ລາຍງານທັນຕາມເວລາ
  • ການກວດກາ

ການບໍລິການບັນຊີລາຍຈ່າຍແກ່ລູກຄ້າ

  • ຫຼຸດຜ່ອນການເຮັດທຸລະກໍາທີ່ມີເອກະສານເປັນຈໍານວນຫຼາຍ
  • ການເຮັດທຸລະກໍາການຈ່າຍທາງເອເລັກໂຕນິກ
  • ການເຮັດທຸລະກໍາຫຼາຍໆຢ່າງໃນຂັ້ນຕອນດຽວ (ບໍລິການຈ່າຍເງິນເດືອນ, ຈ່າຍເງິນແກ່ຜູ້ສະໜອງ, ຈ່າຍຄ່າຄັອມມິດຊັ້ນ)

ຊ່ອງທາງບໍລິການ ANZ TRANSACTIVE

ເອເອັນແຊັດ ທຣານແຊັກຕີບ: ຊ່ວຍທ່ານໃຫ້ມີຄວາມສະດວກຂຶ້ນໃນການເຮັດທຸລະກໍາການເງິນທົ່ວພາກພື້ນອາຊີ, ປາຊີຟິ, ເອີລົບ ແລະ ອາເມລິກາ, ບໍລິຫານເອກະສານທາງການຄ້າແລະການເງິນເຊິ່ງທ່ານສາມາດເຫັນໄດ້ເຖິງສະຖານະຂອງທຸລະກໍາຕ່າງໆຢ່າງງາຍດາຍ.

Top