skip to log on skip to main content
VoiceOver users please use the tab key when navigating expanded menus

ໝາຍເຫດ

ລາວ | English

ຂໍ້ກໍານົດທົ່ວໄປ

ຄວາມໝາຍຂອງ disclaimer ນີ້ (ເຊິ່ງຈະກ່າວເຖິງວ່າເປັນ disclaimer) ນໍາໃຊ້ກັບເວັບໄຊນີ້ ເຊິ່ງເປັນຂອງ ທະນາຄານ ເອເອັນແຊັດ ລາວ ຈໍາກັດ, ໂດຍມີສໍານັກງານຕັ້ງຢູ່ 33 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໂດຍເອີ້ນວ່າ: (ເອເອັນແຊັດ). ກະລຸນາອ່ານ disclaimer ຢ່າງລະອຽດ.

ການທີ່ເຂົ້າເບິ່ງ ຫຼື ຊອກຫາຂໍ້ມູນໃນເວັບໄຊນີ້, ຂໍ້ມູນທີ່ສະແດງເທິງເວັບໄຊແມ່ນທ່ານຮັບຮູ້ວ່າບໍ່ມີຂໍ້ພູກພັນທາງກົດໝາຍໂດຍອີງຕາມ disclaimer ນີ້. ໃນກໍລະນີທີ່ມີຄວາມຂັດກັນລະຫວ່າງ ເງື່ອນໄຂແລະຂໍ້ກໍານົດໃນບາງຜະລິດຕະພັນແລະການບໍລິການ ຕໍ່ກັບ disclaimer ນີ້, ລາຍລະອຽດທີ່ກໍານົດຢູ່ໃນຜະລິດຕະພັນແລະການບໍລິການນັ້ນຖືວ່າຕົກໄປ.

ເວັບໄຊນີ້ມີຈຸດປະສົງຫຼັກສ້າງຂຶ້ນເພື່ອໃຫ້ຂໍ້ມູນແກ່ຜູ້ທີ່ຢູ່ໃນ ສ.ປ.ປ ລາວ. ສໍາລັບຜະລິດຕະພັນແລະການບໍລິການທີ່ກ່າວເຖິງໃນເວັບໄຊນີ້ແມ່ນຈະຖືວ່າໃຊ້ໄດ້ກໍ່ຕໍ່ເມືອມັນບໍ່ຂັດກັບລະບຽບກົດໝາຍຂອງປະເທດທີ່ມີທະນາຄານເອເອັນແຊັດດໍາເນີນງານຢູ່. ຂໍ້ມູນໃນເວັບໄຊນີ້ແມ່ນບໍ່ໄດ້ຖືກສ້າງຂຶ້ນເພື່ອເຜີຍແຜ່ໃຫ້ກັບບຸກຄົນຫຼືນິຕິບຸກຄົນທີ່ຂັດຕໍ່ລະບຽບການຂອງບ່ອນທີ່ພວກເຂົ້າຢູ່.

ເພື່ອຄວາມສະດວກສະບາຍຂອງທ່ານ, hyperlinks ເພື່ອໄປຫາໜ້າອື່ນໆຂອງເວັບໄຊກຸ່ມທະນາຄານເອເອັນແຊັດ. ຜະລິດຕະພັນ ແລະ ການບໍລິການທີ່ກໍານົດໃນເວັບໄຊນີ້ແມ່ນຖືກສ້າງຂຶ້ນເພື່ອເຜີ່ຍແຜ່ໃຫ້ແກ່ບຸກຄົນຫຼືນິຕິບຸກຄົນທີ່ອາໄສຫຼືຕັ້ງຢູ່ບ່ອນທີ່ອານຸຍາດໃຫ້ເຜີຍແຜ່ເທົ່ານັ້ນ. ຂໍ້ມູນໃນເວັບໄຊເຫຼົ່ານີ້ແມ່ນບໍ່ໄດ້ຖືກສ້າງຂຶ້ນເພື່ອເຜີຍແຜ່ໃຫ້ກັບບຸກຄົນຫຼືນິຕິບຸກຄົນທີ່ຂັດຕໍ່ລະບຽບການຂອງບ່ອນທີ່ພວກເຂົ້າຢູ່. ເງື່ອນໄຂ ແລະ ຂໍ້ກໍານົດໃນເວັບໄຊນີ້ຖືກຊີນໍາໂດຍກຸ່ມທະນາຄານເອເອັນແຊັດເຊິ່ງອາດມີຂໍ້ມູນບາງຢ່າງທີ່ແຕກຕ່າງກັນເຊິ່ງແນະນໍາໃຫ້ທ່ານອ່ານເງື່ອນໄຂ ແລະ ຂໍ້ກໍານົດເພີ່ມເຕີມ.

ຂໍ້ມູນໃນເວັບໄຊນີ້ ບໍ່ສາມາດນໍາໃຊ້ໄດ້ຄືກັບການອ້າງອີງ, solicitation ຫຼື ສາມາດເປັນຂໍ້ມູນແນະນໍາຕໍ່ບຸກຄົນຫຼືນິຕິບຸກຄົນ ເພື່ອການລົງທຶນຕໍ່ການຊື້ ຫຼື ຂາຍ ຜະລິດຕະພັນ ຫຼື ຮັບເງິນຝາກຈາກບຸກຄົນອື່ນໂດຍທີ່ອາດຜິດຕໍ່ລະບຽບກົດໝາຍໃນການແນະນໍາ ຫຼື ອ້າງອີງນັ້ນໆ.

ການນໍາໃຊ້ເວັບໄຊນີ້

ລາຍລະອຽດທີ່ກໍານົດ ຫຼື ເຜີຍແຜ່ໃນເວັບໄຊນີ້ ບໍ່ສາມາດນໍາໃຊ້ເປັນໂຕອ້າງອີງເທິງເອກະສານຕ່າງໆໄດ້. ການໃຊ້ຂໍ້ມູນຕ່າງໆເທິງເວບໄຊນີ້ເພື່ອເປັນໂຕອ້າງອີງແມ່ນເປັນຄວາມຮັບຜິດຊອບຂອງຜູ້ໃຊ້ເທົ່ານັ້ນ.

ເຖິງແມ່ນວ່າຄວາມຕັ້ງໃຈຂອງພວກເຮົາແມ່ນພະຍາຍາມທີ່ຈະໃຫ້ຂໍ້ມູນທີ່ຖືກຕ້ອງ, ສົມບູນແບບ ແລະ ທັນການທີ່ສຸດ, ໂດຍຕ້ອງໄດ້ກັ່ນຕອງຈາກແຫຼ່ງທີ່ເຊື່ອຖືໄດ້ແລະຖືກຕ້ອງ, ເອເອັນແຊັດ ຍັງບໍ່ສາມາດຮັບປະກັນ ຫຼື ຮັບຮອງໄດ້ ຫຼື ໝັ້ນໃຈໄດ້ແນ່ນອນວ່າ ຂໍ້ມູນທີ່ກໍານົດເຖິງເວັບໄຊແມ່ນມີຄວາມທັນການ, ສົມບູນ ແລະ ຖືກຕ້ອງຮ້ອຍເປີເຊັນ

ເອເອັນແຊັດ ບໍລິຫານເວັບໄຊນີ້ຢູ່ທີ່ປະເທດລາວ ແລະ ເຊິ່ງບໍ່ສາມາດຮັບປະກັນໄດ້ວ່າຂໍ້ມູນທີ່ກໍານົດຢູ່ເທິງເວັບໄຊນີ້ແມ່ນຖືກຕ້ອງແລະເໝາະສົມກັບການເຜີ່ຍແຜ່ໃນປະເທດອື່ນ. ຖ້າທ່ານເຂົ້າເບິ່ງຂໍ້ມູນໃນເວັບໄຊນີ້ຈາກສະຖານທີ່ອື່ນນອກຈາກປະເທດລາວ, ທ່ານເປັນຜູ້ຮັບຜິດຊອບທາງດ້ານລະບຽບກົດໝາຍຂອງປະເທດນັ້ນ.

ເອເອັນແຊັດບໍ່ສາມາດຮັບຮອງຫຼືຮັບປະກັນໄດ້ວ່າ ຂໍ້ມູນໃນເວັບໄຊນີ້ຈະປາດສະຈາກຄວາມຜິດຜາດຫຼືຂໍ້ບົກຜ່ອງ. ການເຂົ້າເຖິງຂໍ້ມູນເທິງເວັບໄຊນີ້ອາດຈະກະທົບກັບການນໍາໃຊ້ຂອງບຸກຄົນອື່ນ, ເຊິ່ງຜົນກະທົບອາດເຮັດໃຫ້ການເບິ່ງເຫັນຂໍ້ມູນທີ່ບໍ່ສົມບູນ, ລະບົບຂອງເວັບໄຊ ແລະ/ຫຼື ຜົນກະທົບກັບຂໍ້ມູນຜ່ານທາງເວັບໄຊ ຫຼື ຊອບແວ, ເຊິ່ງເອເອັນແຊັດ ບໍ່ອານຸຍາດ.

ຂໍ້ມູນຂອງບຸກຄົນທີສາມ, ລວມທັງຜະລິດຕະພັນແລະການບໍລິການ

ຖ້າຫາກເອເອັນແຊັດເຊື່ອມຕໍ່ທ່ານກັບ hypertext links ຂອງພາກສ່ວນອື່ນ, links ນັ້ນແມ່ນບໍ່ໄດ້ໝາຍຄວາມວ່າຖືກຮອງຮັບໂດຍເອເອັນແຊັດ ຫຼື ກ່ຽວພັນເຖິງຜະລິດຕະພັນແລະການບໍລິການຂອງພວກເຮົາທີ່ກໍານົດໃນເວັບໄຊດັ່ງກ່າວ. ການເຂົ້າເຖິງແລະນໍາໃຊ້ links ເຫຼົ່ານັ້ນແມ່ນເປັນຄວາມຮັບຜິດຊອບຂອງຜູ້ທີ່ເຂົ້າເຖິງເອງ ແລະ ເອເອັນແຊັດ ຈະບໍ່ຮັບຜິດຊອບຫຼືມີຄວາມຮັບຜິດຊອບຕໍ່ເນື້ອໃນແລະຂໍ້ມູນໃນເວັບໄຊນັ້ນ. ເອເອັນແຊັດບໍ່ໄດ້ມີການຄົ້ນຄ້ວາຄວາມຖືກຕ້ອງ, ຄວາມຈິງ, ຄວາມສົມເຫດສົມຜົນ ແລະ ຄວາມສົມບູນແບບ ຂອງຂໍ້ມູນທີ່ເຜີຍແຜ່ໃນເວັບໄຊນັ້ນໆ.

ຊັບສິນທາງປັນຍາ

ເອເອັນແຊັດ ຫຼື ຜູ້ທີ່ເປັນເຈົ້າຂອງອື່ນໆທີ່ກ່ຽວຂ້ອງ, ມີສິດທິຢ່າງສົມບຸນຕໍ່ກັບ ສິດທິໃນການເຮັດສໍາເນົາ, ເຄື່ອງໝາຍການຄ້າ, ຈົດລິຂະສິດ ແລະ ລວມເຖິງສິດຕໍ່ກັບສັບສິນທາງປັນຍາອື່ນໆ ທີ່ກ່ຽວພັນກັບຂໍ້ມູນທີ່ເຜີຍແຜ່ເທິງເວັບໄຊນີ້ (ລວມເຖິງ ຄໍາເວົ້າ, ຮູບພາບ ແລະ ໂລໂກ້). ທ່ານບໍ່ໄດ້ຮັບອານຸຍາດໃຫ້ເຮັດສໍາເນົາໄວ້, ດາວໂລດ, ເຜີຍແຜ່, ແຈກຢາຍ ຫຼື ຜະລິດຕື່ມຕໍ່ກັບຂໍ້ມູນທັງທົດທີ່ເຜີຍແຜ່ໃນເວັບໄຊນີ້ ບໍ່ວ່າຈະເປັນໃນຮູບແບບໃດໆ ໂດຍບໍ່ໄດ້ຮັບອານຸຍາດເປັນລາຍຫຼັກອັກສອນຈາກທາງເອເອັນແຊັດ ຫຼື ການຍິນຍອມຈາກຜູ້ທີ່ເປັນເຈົ້າຂອງ. ເຖິງຢ່າງໃດກໍຕາມ, ທ່ານອາດຈະພິມ ຫຼື ດາວໂຫຼດ ຂໍ້ມູນໃນເວັບໄຊນີ້ເພື່ອເກັບມ້ຽນໄວ້ເປັນຂໍ້ມູນຂອງຕົວມ່ານເອງໄດ້.

ການສື່ສານທາງເອເລັກໂຕຣນິກ

ຂໍ້ຄວາມທີ່ທ່ານສົ່ງຫາເອເອັນແຊັດທາງອີເມວອາດບໍ່ມີຄວາມປອດໄຟ, ເອເອັນແຊັດ ຂໍແນະນໍາວ່າທ່ານບໍ່ຄວນສົ່ງຂໍ້ມູນທີ່ເປັນຄວາມລັບທາງອິເມວ. ຖ້າທ່ານເລືອກທີ່ຈະສົ່ງຂໍ້ຄວາມຕ່າງໆຜ່ານທາງອີເມວ ແມ່ນທ່ານເປັນຜູ້ທີ່ຮັບຜິດຊອບຕໍ່ຄວາມສ່ຽງວ່າຂໍ້ມູນນັ້ນອາດຮົ່ວໄຫຼ, ອາດຖືກນໍາໃຊ້ຜິດວັດຖຸປະສົງ, ປ່ຽນແປງ ໂດຍບຸກຄົນທີ່ສາມ.

ການກ່າວເຖິງຄວາມຮັບຜິດຊອບ

ບໍ່ມີພາກສ່ວນໃດຂອງເອເອັນແຊັດ ລວມເຖິງ, ອໍານວຍການ, ພະນັກງານ, ຕົວແທນ, ຜູ້ຕາງໜ້າ ຫຼື ຜູ້ຮ່ວມວຽກລາຍຍ່ອຍ ທີ່ຈະຮັບຜິດຊອບໂດຍທາງກົງ, ທາງອ້ອມ, ການຈໍາແນກ, ອຸບັດຕິເຫດ, ຜົນກະທົບ, ຄວາມເສຍຫາຍ ລວມທັງການເສຍຜົນປະໂຫຍດ (ເຖິງວ່າ ເອເອັນແຊັດ ອາດຖືກກໍານົດຕໍ່ຄວາມເປັນໄປໄດ້ດັ່ງກ່າວ) ໂດຍຜົນກະທົບທີ່ເກີດຈາກສາເຫດດັ່ງນີ້: (ແຕ່ບໍ່ຈໍາກັດພຽງເທົ່ານີ້) ຄວາມບໍ່ສົມບູນ, ການຕິດໄວຣັດ, ການເປ່ເພຂອງລະບົບເນື່ອງຈາກອຸປະກອນຫຼືຊອບແວທີ່ໃຊ້ໃນການເຊື່ອມຕໍ່ຫຼືເຂົ້າເຖິງເວັບໄຊນີ້, ຂໍ້ມູນທີ່ເຜີຍແຜ່ໃນເວັບໄຊນີ້, 3. ຄວາມຜິດຜາດ, ການດັດແປງ ຫຼື ໃຊ້ຜິດວັດຖຸປະສົງ ໃນການສົ່ງຜ່ານຂໍ້ມູນຫາເອເອັນແຊັດ ຫຼື ເອເອັນແຊັດສົ່ງຂໍ້ມູນຫາທ່ານ, 4. ລະບົບ ຫຼື ການເຂົ້າເຖິງເວັບໄຊນີ້ບໍ່ໄດ້, 5. ການໃຊ້ຜິດວັດຖຸປະສົງຂອງເວັບໄຊນີ້, 6. ການສູນເສຍຂໍ້ມູນ, 7. ການດາວໂລດຂໍ້ມູນ ຫຼື ໃຊ້ງານຊອບແວຕ່າງໆທີ່ເຜີຍແຜ່ເທິງເວັບໄຊນີ້, ຫຼື 8. ການກ່າວເຖິງຂອງບຸກຄົນທີ່ສາມຕໍ່ກັບການນໍາໃຊ້ເທິງເວັບໄຊນີ້.

ກົດໝາຍທີ່ອ້າງອີງ

ເວັບໄຊນີ້ ແລະ Disclaimer ຂອງເວັບໄຊ ແມ່ນຈະຖືກອອກແບບແລະກໍານົດໃຫ້ສອກຄ່ອງກັບລະບຽບກົດໝາຍຂອງ ສ.ປ.ປ ລາວ. ການໂຕ້ແຍ້ງທັງໝົດຕໍ່ການເຜີຍແຜ່ Disclaimer ນີ້ແມ່ນຈະຖືກສະເໜີເພື່ອການຕັດສິນໂດຍສານທີ່ກ່ຽວຂ້ອງແຫ່ງ ສ.ປ.ປ ລາວ.

ການດັດແກ້

ເອເອັນແຊັດ ສະຫງວນສິດໃນການດັດແກ້ ຫຼື ປັບປຸງປ່ຽນແປງ ຂໍ້ມູນທີ່ຖືກເຜີຍແຜ່ໃນເວັບໄຊນີ້, ລວມທັງຂໍ້ກໍານົດ ແລະ ເງື່ອນໄຂຕໍ່ກັບ Disclaimer ນີ, ໂດຍສາມາດປ່ຽນແປງໄດ້ໂດຍບໍ່ມີການແຈ້ງກ່າວລ່ວງໜ້າ, ພວກເຮົາຂໍ້ແນະນໍາໃຫ້ທ່ານກວດກາເບິ່ງຂໍ້ມູນທີ່ເຜີຍແຜ່ເທິງເວັບໄຊນີ້ຢ່າງລະອຽດທຸກຄັ້ງ, ລວມທັງເງື່ອນໄຂ ແລະ ຂໍ້ກໍານົດຂອງ Disclaimer ນີ້ ເຊິ່ງອາດມີການປ່ຽນແປງໄດ້ທຸກເວລາ.

Top