ທະນາຄານເອເອັນແຊັດໃນທົ່ວໂລກ
ດັ່ງທີ່ເປັນໜຶ່ງໃນຈຳນວນບໍລິສັດທີ່ໃຫຍ່ທີ່ສຸດ ແລະ ປະສົບຜົນສຳເລັດທີ່ສຸດ ໃນອົສຕຣາລີ,ຄຸນຄ່າຂອງພວກເຮົາຊ່ວຍສ້າງອະນາຄົດທີ່ຍືນຍົງ ສຳລັບທຸລະກິດຂອງພວກເຮົາ,ຜູ້ຖືຫຸ້ນ, ພະນັກງານ, ລູກຄ້າ ແລະ ຊຸມຊົນ. ທຸລະກິດຂອງພວກເຮົາ ຮັບໃຊ້ລູກຄ້າຫລາຍກວ່າ 6 ລ້ານຄົນ ແລະ ຊັບສົມບັດຂອງພວກເຮົາ ມີມູນຄ່າ 273 ຕື້ ໂດລາ.ພວກເຮົາມີພະນັກງານຫລາຍກວ່າ 30,000 ຄົນ ແລະ ເປັນຕົວແທນໃນຕະລາດເລີ່ມຕົ້ນຂອງອົສຕຣາລີ ແລ ນິວຊີແລນ ເຊັ່ນດຽວກັນກັບຢູ່ອາຊີ, ປາຊີຟິກ, ສະຫະລາດສະອານາຈັກ, ເອີຣົບ ແລະ ສະຫະລັດອາເມລິກາ.
ຄຸນຄ່າຂອງທະນາຄານ ເອເອັນແຊັດ
- ລູກຄ້າຂອງພວກເຮົາ ຕ້ອງມາກ່ອນ
- ດຳເນີນງານ ແລະ ເຕີບໂຕ ເພື່ອສ້າງມູນຄ່າສຳລັບຜູ້ຖືຫຸ້ນຂອງພວກເຮົາ
- ນຳພາ ແລະ ເປັນແຮງບັນດານໃຈໃຫ້ແກ່ຄົນຂອງພວກເຮົາ
- ໃຫ້ໄດ້ຮັບຄວາມເຊື່ອໃຈຈາກຊຸມຊົນ
- ເປີດກວ້າງ, ກ້າຫານ ແລະ ກ້າທີ່ຈະແຕກຕ່າງ
ທະນາຄານເອເອັນແຊັດ ໃນປະເທດລາວ
ທະນາຄານ ເອເອັນແຊັດ ໃນປະເທດລາວ ມີຫລັກການ, ນະໂຍບາຍ ແລະ ການປະຕິບັດ ທີ່ສ້າງສະພາບແວດລ້ອມທີ່ດີສຳລັບພະນັກງານຂອງພວກເຮົາ. ພວກເຮົາໃຫ້ຄວາມສຳຄັນ ແລະ ເປີດກວ້າງສາຍພົວພັນລະຫວ່າງ ການສື່ສານ ແລະ ສະຖານທີ່ເຮັດວຽກ ທີ່ອີງໃສ່ພື້ນຖານ ຄວາມຊື່ສັດ ແລະ ຄວາມເຊື່ອໃຈ.
ພວກເຮົາສົ່ງເສີມຄວາມຫລາກຫລາຍ ແລະ ໃຫ້ຄວາມສຳຄັນ ຕໍ່ຄວາມເປັນມາທີ່ແຕກຕ່າງກັນຂອງພະນັກງານ. ພວກເຮົາຊຸກຍູ້ພະນັກງານ ໃຫ້ເປັນຕົວເອງໃນວຽກງານ. ພວກເຮົາແບ່ງປັນວຽກງານ,
ຄວາມຫຍຸ້ງຍາກ ເຊັ່ນດຽວກັນກັບຄວາມສຸກ ແລະ ສຽງຫົວ ພາຍໃນ ແລະ ຢູ່ນອກທະນາຄານ.
ພວກເຮົາຖືກເຮັດໃຫ້ສາມາດຕັດສິນໃຈພາຍໃນຂອບເຂດຄວາມຮັບຜິດຊອບຂອງພວກເຮົາເອງ.
ຢູ່ທີ່ທະນາຄານ ເອເອັນແຊັດ ໃນປະເທດລາວ, ພວກເຮົາ ເປີດກວ້າງໄປສູ່ທົ່ວໂລກ - ໂຄງການແລກປ່ຽນວັດທະນະທຳ- ຊຶ່ງສ້າງວັດທະນະທຳທີ່ສົດໃສ, ແຂງແຮງ ແລະ ມີຜົນການດຳເນີນງານທີ່ດີ ຊຶ່ງຄຸນຄ່າຂອງທະນາຄານເອເອັນແຊັດ ເປັນພື້ນຖານສຳລັບການປະຕິບັດ ແລະ ການຕັດສິນໃຈ ທີ່ພວກເຮົາເຮັດ ໃນທຸກໆມື້.