The ANZ website contains the following tabs:
ການຄ້ຳປະກັນຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ເປັນພັນທະທາງດ້ານການເງິນ ຢ່າງເປັນທາງການ ຕໍ່ຝ່າຍທີສາມ ໃນນາມຂອງລູກຄ້າທີ່ໝັ້ນຄົງ ແລະ ເຊື່ອຖືໄດ້. ການຄ້ຳປະກັນ, ຊຶ່ງຖືກຍອມຮັບໂດຍທົ່ວໄປວ່າເປັນຮູບແບບຄວາມປອດໄພ, ສາມາດເອື້ອອຳນວຍໃຫ້ທຸລະກິດຂອງ
ທ່ານເຂົ້າສູ່ໂຄງການ ແລະ ສັນຍາຕ່າງໆ.
ການຄ້ຳປະກັນສ່ວນໃຫຍ່ທີ່ເນັ້ນໜັກສະເພາະໃສ່ຜູ້ກໍ່ສ້າງ ແລະ ຜູ້ຮັບເໝົາ ແມ່ນການຄ້ຳປະກັນການ ປະມູນ, ການຄ້ຳປະກັນການຊຳລະລ່ວງໜ້າ, ການຄ້ຳປະກັນການດຳເນີນວຽກງານ, ການຄ້ຳປະກັນ ລ່ວງເວລາຮັກສາການສ້ອມແປງຄືນ.
ນອກຈາກນັ້ນ, ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ຍັງໃຫ້ການຄ້ຳປະກັນສຳລັບຫລາຍ ຈຸດປະສົງອື່ນໆອີກ, ເຊັ່ນ: ການຄ້ຳປະກັນດ້ານພາສີ ແລະ ການຄ້ຳປະກັນການຈັດສົ່ງສິນຄ້າ.
* ອີງຕາມມາດຕະຖານ-ເງື່ອນໄຂເງິນກູ້ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ.