The ANZ website contains the following tabs:
ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ສະໜອງການເງິນເພື່ອການຄ້າ ສຳລັບການສົ່ງ
ອອກເຊິ່ງ ສະໜອງໃຫ້ເປັນເງິນຕາສະກຸນຕ່າງໆທີ່ສຳຄັນ ໃນອັດຕາດອກເບ້ຍທີ່ສາມາດແຂ່ງຂັນໄດ້້.
ໃບສັ່ງຈ່າຍເງິນຄ່າສິນຄ້າສົ່ງອອກທີ່ປ່ຽນມືໄດ້ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແລະ ໃບສັ່ງຈ່າຍເງິນຄ່າສິນຄ້າສົ່ງອອກທີ່ສາມາດຊື້ຂາຍຊ່ວງລົດໄດ້ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ຊ່ວຍໃຫ້ທ່ານສາມາດດຳເນີນການເພື່ອໃຫ້ໄດ້ຮັບການສະໜອງເງິນ ດ້ວຍການ ນຳໃຊ້ເອກະສານການສົ່ງອອກທີ່ກ່ຽວຂ້ອງ. ອັນນີ້ສາມາດເສີມຂະຫຍາຍກະແສເງິນສົດ ໃນທຸລະກິດ ຂອງທ່ານ ດ້ວຍການເຮັດໃຫ້ທ່ານສາມາດເຂົ້າເຖິງເງິນທຶນກ່ອນການໄດ້ຮັບເງິນຊຳລະຄ່າສິນຄ້າ ເພື່ອ ໃຫ້ທ່ານສາມາດປະຕິບັດສັນຍາສັ່ງຊື້ສິນຄ້າໄດ້ຢ່າງຄົບຖ້ວນ, ມີຄວາມອຸ່ນອ່ຽນໃຈ.
* ອີງຕາມມາດຕະຖານ-ເງື່ອນໄຂເງິນກູ້ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ