ເຂົ້າເຖິງເງິນຂອງທ່ານໄດ້ຕະຫລອດ 24 ຊົ່ວໂມງ ໃນ 7 ວັນຕໍ່ອາທິດ ກັບເອທີເອັມ ຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ. ທຸລະກິດທີ່ມີພຽງແຕ່ໜຶ່ງລາຍເຊັນ ເທົ່ານັ້ນ ເພື່ອເປີດບັນຊີເພື່ອດຳເນີນທຸລະກິດກັບທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ, ທະນາຄານຈະອອກບັດໃຫ້. ນີ້ໝາຍເຖິງ ທ່ານສາມາດໃຊ້ບັດເອທີເອັມ ຂອງ ທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ເພື່ອ:
- ຖອນເງິນສົດໃນສະກຸນເງິນຂອງທ່ານ
- ໂອນເງິນລະຫວ່າງບັນຊີຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ*
- ກວດເບິ່ງຍອດເງິນໃນບັນຊີຂອງທ່ານໃນທະນາຄານເອເອັນແຊັດວຽງຈັນພານິດຈຳກັດ
- ເອົາໃບແຈ້ງຍອດບັນຊີ
- ເບິ່ງການເຮັດທຸລະກຳຂອງທ່ານ ໃນ 10 ຄັ້ງຜ່ານມາ
- ສັ່ງເອົາປື້ມແຊັກ
- ທາງເລືອກເພື່ອປ່ຽນເລກລະຫັດ (ເລກລະຫັດສ່ວນຕົວ)
* ເຊື່ອມຕໍ່ກັບບັດເດບິດອັນດຽວກັນ