ບັນຊີເງິນຝາກປະຈຳ ຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ສ້າງໂອກາດໃຫ້
ທ່ານມີລາຍຮັບຈາກອັດຕາດອກເບ້ຍທີ່ສູງກວ່າ ສຳລັບເງິນສົດທີ່ຝາກ ສຳລັບໄລຍະເວລາໃດໜຶ່ງ.
ການລົງທຶນຝາກເງິນ ສາມາດເປີດເປັນເງິນໂດລາສະຫະລັດ, ເງິນກີບ ແລະ ເງິນບາດ, ດ້ວຍ
ອັດຕາດອກເບ້ຍ ອີງຕາມໄລຍະເວລາຂອງການຝາກປະຈຳ ແລະ ຈຳນວນເງິນທີ່ຝາກ. ໄລຍະ
ເວລາຂອງການຝາກເງິນ ມີຕັ້ງແຕ່ 30 ວັນ ຈົນເຖິງ 12 ເດືອນ.
ທະນາຄານເອເອັນແຊັດວຽງຈັນພານິດຈຳກັດມີບັນຊີເງິນຝາກປະຈຳ (ຝາກບໍ່ມີກຳນົດ)ຫລາຍ
ແບບທີ່ເໝາະສົມສຳລັບຄວາມຕ້ອງການທຸລະກິດແລະການໝູນວຽນຂອງເງິນສົດຂອງທ່ານເປັນຕົ້ນ:
-
ຈ່າຍຄືນເງິນຝາກ ແລະ ດອກເບ້ຍ ເມື່ອຄົບກຳນົດເວລາ
-
ດອກເບ້ຍຈາຍລາຍເດືອນ ແລະ ຈົດເຂົ້າໃນບັນຊີທະນາຄານ ເອເອັນແຊັດ ວຽງຈັນພານິດ ຂອງທ່ານ.
-
ດອກເບ້ຍຈ່າຍລາຍເດືອນ ແຕ່ນຳກັບມາລົງທຶນ ຫລື ບວກເຂົ້າໃສ່ເງິນຕົ້ນໃນບັນຊີທີ່ເງິນຕົ້ນ ແລະ ດອກເບ້ຍ ຈ່າຍໃຫ້ເມື່ອຄົບກຳນົດ.
-
ວັນຄົບກຳນົດ ອາດຈະດັດແກ້ໄດ້ ເມື່ອມີການແຈ້ງໃຫ້ຊາບພາຍໃນ 5 ວັນເຮັດວຽກ. ບໍ່ມີການປັບໄໝໃນກໍລະນີນີ້.
-
ເງິນຕົ້ນທຳອິດ ອາດຈະຖືກນຳມາບວກເຂົ້າໃນລະຫວ່າງໄລຍະເວລາ ດ້ວຍເງິນຝາກຈຳນວນຄົງທີ່ ໃນວັນເວລາທີ່ໄດ້ກຳນົດໄວ້.
-
ຈຳນວນເງິນຕົ້ນທຳອິດ ສາມາດຖືກນຳມາບວກເຂົ້າ ດ້ວຍເງິນຝາກໃນວັນເວລາທີ່ກຳນົດໄວ້ ແຕ່ຈຳນວນບໍ່ເທົ່າກັນສະເໝີ.