ການເປີດບັນຊີທຸລະກິດ ກັບທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແມ່ນງ່າຍ; ມີພຽງສອງສາມຂັ້ນຕອນທີ່ງ່າຍດາຍ ເທົ່ານັ້ນ.
ທ່ານຈະຕ້ອງມີ:
- ເຂົ້າມາພົບທີ່ສາຂາຂອງທະນາຄານ ເອເອັນແຊັດ ວຽງຈັນພານິດຈຳກັດ ຂອງທ່ານ ແລະ ລົມກັບຜູ້ຈັດການຝ່າຍປະຊາສຳພັນຂອງທ່ານ ກ່ຽວກັບບັນຊີທີ່ເໝາະສົມທີ່ສຸດສຳລັບທ່ານ
- ສະໜອງໃບອະນຸຍາດລົງທຶນຕ່າງປະເທດໃຫ້ແກ່ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ (ຖ້າມີ), ໃບປະກາດວິສາຫະກິດ, ແລະ ໃບຈົດທະບຽນພາສີ
- ສະໜອງໃບມະຕິຂອງຄະນະກຳມະການບໍລິສັດ ທີ່ອະນຸຍາດໃຫ້ເປີດບັນຊີ ໃຫ້ແກ່ທະນາຄານ
- ສະໜອງເອກະສານສະແດງຕົວຂອງຜູ້ມີສິດເຊັນບັນຊີແຕ່ລະຄົນ ເຊັ່ນ ບັດປະຈຳຕົວປະຊາຊົນ/ໜັງສືຜ່ານແດນ ແລະ ເອກະສານອື່ນທີ່ເປັນທີ່ຍອມຮັບ ເຊັ່ນ ໃບຂັບຂີ່, ປື້ມສຳມະໂນຄົວ ແລະ ຫລື ໃບຢັ້ງຢືນການເກີດ
- ໃນກໍລະນີທີ່ຄົນຕ່າງປະເທດ ຈະເປັນຜູ້ມີສິດເຊັນໃນບັນຊີທຸລະກິດ, ໃຫ້ສະໜອງເອກະສານສະແດງຕົນເພີ່ມຕື່ມ ຄື ວີຊາທຸລະກິດ ແລະ ໃບອະນຸຍາດເຮັດວຽກ ທີ່ຍັງໃຊ້ໄດ້ ຖ້າວ່າອາໃສຢູ່ໃນປະເທດລາວ.