ບັນຊີກະແສລາຍວັນທູລະກິດຂອງທະນາຄານເອເອັນແຊັດວຽງຈັນພານິດຈຳກັດ ແມ່ນບັນຊີພື້ນຖານ ເພື່ອສະໜອງຄວາມຕ້ອງການທາງດ້ານທຸລະກິດໃນແຕ່ລະວັນ. ບັນຊີປະເພດນີ້ ເໝາະສົມກັບຜູ້ທີ່
ຕ້ອງການນຳໃຊ້ເງິນຢ່າງເປັນປະຈຳ ເພື່ອຊຳລະຄ່າຕ່າງໆ.
ລັກສະນະຕົ້ນຕໍຂອງບັນຊີກະແສລາຍວັນຂອງທະນາຄານເອເອັນແຊັດວຽງຈັນພານິດຈຳກັດ ລວມມີ:
ສາມາດເປີດເປັນ 3 ສະກຸນເງິນ ຄື: ເງິນໂດລາສະຫະລັດ, ເງິນກີບ ແລະ ເງິນບາດ, ເຮັດໃຫ້ທ່ານ ມີຄວາມສະດວກສະບາຍໃນການນຳໃຊ້.
ມີປື້ມແຊັກ ເຮັດໃຫ້ການຊຳລະເງິນ ມີຄວາມສະດວກງ່າຍດາຍ
ສາມາດກວດກາເບິ່ງລາຍລະອຽດຂອງບັນຊີ ໄດ້ທາງອີນເຕີເນັດ
ມີການນຳສົ່ງໃບສະຫລຸບງາຍງານລະອຽດກ່ຽວກັບບັນຊີ ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າ.
ສາມາດຊຳລະເງິນເປັນງວດໃຫ້ແກ່ຜູ້ສະໜອງ, ຊຳລະຄ່າສາທາລະນູປະໂພກ ຫລື ການຈ່າຍເງິນເດືອນ (ຕາມຄຳສັ່ງ) ເພື່ອຊ່ວຍໃຫ້ທ່ານສາມາດຄຸ້ມຄອງເງິນໝູນວຽນ, ປະຫຍັດເວລາ
ແລະ ເງິນຂອງທ່ານ.
ບັນຊີກະແສລາຍວັນຂອງທະນາຄານເອເອັນແຊັດວຽງຈັນພານິດຈຳກັດ ອະນຸຍາດ ໃຫ້ຈ່າຍເງິນເກີນບັນຊີໄດ້*
*ຂຶ້ນກັບເງື່ອນໄຂການປ່ອຍເງິນກູ້ຂອງທະນາຄານເອເອັນແຊັດວຽງຈັນພານິດຈຳກັດ
© ກຸ່ມທະນາຄານ ອົດສຕຣາລີ ແລະ ນິວຊີແລນ ຈຳກັດ (ເອເອັນແຊັດ) 2011 ABN 11 005 357 522。ສີຟ້າຂອງທະນາຄານ ເອເອັນແຊັດ ແມ່ນເຄື່ອງໝາຍການຄ້າຂອງ ເອເອັນແຂັດ.
ເນື້ອໃນຂອງໜ້ານີ້ແມ່ນໄດ້ແປມາຈາກສະບັບຕົ້ນພາສາອັງກິດ, ໃນກໍລະນີທີ່ຂໍ້ມູນບໍ ສອດຄອງກັນໃຫ້ຖືເອົາພາສາອັງກິດເປັນຫຼັກ