ບໍລິການຖອນເງິນເກີນບັນຊີເພື່ອເປັນທຶນດຳເນີນທຸລະກິດຂອງທະນາຄານເອເອັນແຊັດ ວຽງຈັນພານິດຈຳກັດ ສາມາດຕອບສະໜອງຄວາມຕ້ອງການຂອງທ່ານ ເມື່ອທ່ານຕ້ອງການທຶນດຳ ເນີນທຸລະກິດ. ບໍລິການນີ້ ຖືກອອກແບບໃຫ້ທ່ານມີເງິນທຶນເພື່ອດຳເນີນທຸລະກິດໃນຂອບເຂດຈຳນວນຈຳກັດ.
ບໍລິການຖອນເງິນເກີນບັນຊີ ເພື່ອເປັນດຳເນີນທຸລະກິດ ແມ່ນ:
ສາມາດຖອນເງິນໄດ້ເປັນເງິນໂດລາສະຫະລັດ, ເງິນກີບ ແລະ ເງິນບາດໄທ ເຮັດໃຫ້ທ່ານມີທາງເລືອກ.
ເປີດໂອກາດໃຫ້ທ່ານຖອນເງິນເພື່ອໝູນວຽນ ແລະ ຈ່າຍຄືນຕາມຂອບເຂດສິນເຊື່ອ ທີ່ອະນຸມັດໃຫ້.
ມີອັດຕາດອກເບ້ຍຫລາຍແບບ ແລະ ສາມາດດຳເນີນການດ້ວຍການຂຽນແຊັກ ຫລື ຢູ່ຕາມສາຂາທະນາຄານເອເອັນແຊັດວຽງຈັນພານິດຈຳກັດ ຢູ່ທ້ອງຖິ່ນ.
*ຂຶ້ນກັບເງື່ອນໄຂການປ່ອຍເງິນກູ້ຂອງທະນາຄານເອເອັນແຊັດວຽງຈັນພານິດຈຳກັດ
© ກຸ່ມທະນາຄານ ອົດສຕຣາລີ ແລະ ນິວຊີແລນ ຈຳກັດ (ເອເອັນແຊັດ) 2011 ABN 11 005 357 522。ສີຟ້າຂອງທະນາຄານ ເອເອັນແຊັດ ແມ່ນເຄື່ອງໝາຍການຄ້າຂອງ ເອເອັນແຂັດ.
ເນື້ອໃນຂອງໜ້ານີ້ແມ່ນໄດ້ແປມາຈາກສະບັບຕົ້ນພາສາອັງກິດ, ໃນກໍລະນີທີ່ຂໍ້ມູນບໍ ສອດຄອງກັນໃຫ້ຖືເອົາພາສາອັງກິດເປັນຫຼັກ