ສຳລັບທຸລະກິດທີ່ມີຄວາມສ່ຽງຕໍ່ອັດຕາແລກປ່ຽນ, ພວກເຮົາມີບໍລິການເພື່ອຊ່ວຍໃຫ້ທ່ານ ສາມາດຄົ້ນຫາ, ຄຸ້ມຄອງ ແລະຫລຸດຜ່ອນຄວາມສ່ຽງທີ່ມີໄດ້.
ການນຳໃຊ້ບໍລິການແລກປ່ຽນ ເງິນຕາຕ່າງປະເທດຂອງ ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແມ່ນມີຂັ້ນຕອນທີ່ງ່າຍດາຍ, ເຮັດໃຫ້ທ່ານສາມາດວາງແຜນ ກ່ຽວກັບການຊື້ເຄື່ອງ ແລະ ການຕັ້ງລາຄາ ເຄື່ອງທີ່ຂາຍໄດ້ແນ່ນອນຂຶ້ນ.
ບໍລິການດ້ານອັດຕາແລກປ່ຽນມີ:
ການແລກປ່ຽນເງິນຕາຕ່າງປະເທດ ໃນມື້ທີ່ແລກປ່ຽນເງິນ, ເຊິ່ງອອກແບບສຳລັບຜູ້ທີ່ມີ ຄວາມຕ້ອງກາ ນປ່ຽນເງິນທັນທີທັນໃດ ເພື່ອການຊຳລະເງິນ ເປັນສະກຸນເງິນທ້ອງຖິ່ນ ຫລື ສະກຸນເງິນຕາຕ່າງປະເທດ. ເປັນການຊື້ ຫລື ຂາຍສະກຸນເງິນໃນອັດຕາແລກປ່ຽນຂອງ ມື້ນີ້.
ການເຮັດສັນຍາແລກປ່ຽນເງິນໃນອະນາຄົດ ຊຶ່ງໝາຍເຖິງການກຳນົດເອົາອັດຕາແລກ ປ່ຽນຂອງມື້ນີ້ ສຳລັບການແລກປ່ຽນເງິນ ໃນວັນທີທີ່ໄດ້ຕົກລົງກັນໄວ້ໃນອະນາຄົດ.
* ຂຶ້ນກັບເງື່ອນໄຂການປ່ອຍເງິນກູ້ຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ
© ກຸ່ມທະນາຄານ ອົດສຕຣາລີ ແລະ ນິວຊີແລນ ຈຳກັດ (ເອເອັນແຊັດ) 2011 ABN 11 005 357 522。ສີຟ້າຂອງທະນາຄານ ເອເອັນແຊັດ ແມ່ນເຄື່ອງໝາຍການຄ້າຂອງ ເອເອັນແຂັດ.
ເນື້ອໃນຂອງໜ້ານີ້ແມ່ນໄດ້ແປມາຈາກສະບັບຕົ້ນພາສາອັງກິດ, ໃນກໍລະນີທີ່ຂໍ້ມູນບໍ ສອດຄອງກັນໃຫ້ຖືເອົາພາສາອັງກິດເປັນຫຼັກ