ເພື່ອຊ່ວຍພວກເຮົາໃນການດຳເນີນການອະນຸມັດການສະເໜີຂໍເງິນກູ້ສຳລັບທຸລະກິດ, ທ່ານຈະຕ້ອງເຂົ້າມາຫາທີ່ສາຂາຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແລະ ເອົາຂໍ້ມູນຕ່າງໆ ດັ່ງລຸ່ມນີ້ ມານຳ:
- ຂໍ້ມູນການເງິນ ໄລຍະເວລາ 2 ປີ ແລະ ໃບອະນຸຍາດດຳເນີນທຸລະກິດ
- ຫລັກຖານກ່ຽວກັບລາຍຮັບອື່ນໆ - ສັນຍາເຊົ່າ ແລະ ອື່ນໆ
- ໜັງສືຈາກທະນາຄານ ກ່ຽວກັບການລົງທຶນ ແລະ ເງິນກູ້ຢືມ
-
ຖ້າທ່ານແມ່ນລູກຄ້າໃໝ່ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ, ທ່ານຈະຕ້ອງຜ່ານການກວດສອບຂອງພວກເຮົາ ເຊັ່ນກັນ. ການເປີດບັນຊີທຸລະກິດກັບທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແມ່ນງ່າຍ; ມີພຽງຂັ້ນຕອນໜ້ອຍໜຶ່ງ ທີ່ງ່າຍດາຍ ເທົ່ານັ້ນ.
ທ່ານຈະຕ້ອງ:
- ເຂົ້າມາພົບທີ່ສາຂາຂອງທະນາຄານ ເອເອັນແຊັດ ວຽງຈັນພານິດຈຳກັດ ແລະ ລົມກັບຜູ້ຈັດການຝ່າຍປະຊາສຳພັນ ກ່ຽວກັບບັນຊີທີ່ເໝາະສົມທີ່ສຸດສຳລັບທ່ານ
- ສະໜອງໃບອະນຸຍາດລົງທຶນຕ່າງປະເທດໃຫ້ແກ່ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ (ຖ້າມີ), ໃບປະກາດວິສາຫະກິດ, ມາດຕາຕ່າງໆຂອງສະມາຄົມ ແລະ ໃບຈົດທະບຽນພາສີ
- ສະໜອງໃບມະຕິຂອງຄະນະກຳມະການບໍລິສັດທີ່ອະນຸຍາດໃຫ້ເປີດບັນຊີ ໃຫ້ແກ່ທະນາຄານ
-
ສະໜອງເອກະສານສະແດງຕົວຂອງຜູ້ມີສິດເຊັນບັນຊີແຕ່ລະຄົນ ເຊັ່ນ ບັດປະຈຳຕົວປະຊາຊົນ/ໜັງສືຜ່ານແດນ ແລະ ເອກະສານອື່ນທີ່ເປັນທີ່ຍອມຮັບ ເຊັ່ນ ໃບຂັບຂີ່, ປື້ມສຳມະໂນຄົວ ແລະ ຫລື ໃບຢັ້ງຢືນການເກີດ
ໃນກໍລະນີທີ່ຄົນຕ່າງປະເທດ ຈະເປັນຜູ້ມີສິດເຊັນບັນຊີທຸລະກິດ, ໃຫ້ສະໜອງເອກະສານເພີ່ມຕື່ມ ຄື ວີຊ້າທຸລະກິດ ແລະ ໃບອະນຸຍາດເຮັດວຽກ ທີ່ຍັງໃຊ້ໄດ້ ຖ້າວ່າອາໃສຢູ່ໃນປະເທດລາວ