ການອອກໃບຄ້ຳປະກັນ
ທະນາຄານANZV
ການອອກໃບຄ້ຳປະກັນທະນາຄານANZV
ANZV ມີການຄ້ຳປະກັນໃຫ້
ສຳລັບຫລາກຫລາຍຈຸດ
ປະສົງ
ການສະເໜີຂໍເງິນ
ກູ້ສຳລັບທຸລະກິດANZ
ການສະເໜີຂໍເງິນກູ້ສຳລັບທຸລະກິດANZ
ການເປີດບັນຊີແມ່ນງ່າຍ,ມີພຽງ
2-3 ຂັ້ນຕອນທີ່ ງ່າຍດາຍ
ຢູ່ທີ່ທະນາຄານ ເອເອັນແຊັດວຽງຈັນພານິດຈຳກັດ,ພວກເຮົາມີເຈົ້າໜ້າທີ ທີ່ມີຄວາມຊຳນຊຳນານ
ສາມາດສະໜອງຫລາກຫລາຍທາງອອກດ້ານການເງິນໃຫ້ການດຳເນີນທຸລະກິດຂອງບັນດາທ່ານ
ນັບຕັ້ງແຕ່ການສະໜອງທຶນເພື່ອການດຳເນີນທຸລະກິດ ຈົນໄປເຖິງການ ສະໜອງທຶນໄລຍະກາງ
ແລະໄລຍະຍາວເພື່ອການຊື້ສິນຄ້າຈຳນວນຫລາຍ, ການອອກ ໃບຄ້ຳປະກັນ ແລະ
ການສະໜອງທຶນເພື່ອການຄ້າ.ບໍ່ວ່າທ່ານຈະມີຄວາມຕ້ອງການແບບໃດພວກເຮົາມີທາງອອກທີ່ເໝາະ
ສົມສຳລັບຄວາມຕ້ອງການຂອງທ່ານ.ຖ້າທ່ານຕ້ອງການຄວາມຊ່ວຍເຫລືອພວກເຮົາມີເຈົ້າໜ້າທີ່ທີ່ມີຄວາມ
ຊຳນານແລະ ເຊື່ອຖືໄດ້ ພ້ອມໃຫ້ບໍລິການທ່ານ ຢູ່ສະເໝີ. ທີມງານຂອງພວກເຮົາປະກອບດ້ວຍຜູ້ຊ່ຽວຊານດ້ານທະນາຄານ ເພື່ອການດຳເນີນທຸລະກິດ, ຊຶ່ງປະຈຳຢູ່ຫ້ອງ
ການວຽງຈັນ,ສາມາດໃຫ້ຄຳປຶກສາແກ່ບັນດາທ່ານ ເພື່ອຊອກຫາທາງອອກດ້ານການເງິນ ທີ່ເໝາະສົມກັບ
ທຸລະກິດຂອງທ່ານ.ດ້ວຍປະສົບການ 14ປີຂອງທະນາຄານວຽງຈັນພານິດຈຳກັດ
ຊຶ່ງເປັນຫຸ້ນສ່ວນຂອງພວກເຮົາເຮັດໃຫ້ພວກເຮົາມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບ
ຕະຫລາດພາຍໃນປະເທດ,ເຂົ້າໃຈສະພາບແວດລ້ອມການດຳເນີນ
ທຸລະກິດພາຍໃນ ສປປລາວແລະ ສາມາດອອກແບບການສະໜອງທຶນໃຫ້ເໝາະສົມກັບຄວາມຕ້ອງການຂອງທຸລະກິດ
ແຕ່ລະປະເພດຄູ່ມືແນະນຳການໃຫ້ກູ້ຢືມເພື່ອດຳເນີນທູລະກິດ ທະນາຄານເອເອັນແຊັດວຽງຈັນພານິດຈຳກັດ ມີຄວາມຊຳນານໃນການດຳເນີນທຸລະກິດ ທະນາຄານແບບສາກົນ,
ມີຄວາມຮູ້ພາຍໃນປະເທດ ແລະ ມີລະບົບຄວາມປອດໄພ ເປັນຈຸດແຂງ ຂອງທະນາຄານພວກເຮົາຮູ້ວ່າ
ທຸລະກິດແຕ່ລະປະເພດມີຄວາມຕ້ອງການຂອງຕົນເອງ ແລະ ພວກເຮົາມີຜູ້ຈັດການ ຝ່າຍປະຊາສຳພັນ
ທີ່ທຸ້ມເທເວລາຕໍ່ວຽກງານ ໂດຍສາມາດໄປພົບກັບທ່ານຢູ່ຫ້ອງການຂອງທ່ານ
ເພື່ອສາມາດເຂົ້າໃຈເລິກເຊິ່ງກ່ຽວກັບ
ການດຳເນີນທຸລະກິດຂອງທ່ານ. ສິນຄ້າ ແລະ ຄຸນລັກສະນະ