ເພື່ອຊ່ວຍໃຫ້ທຸລະກິດຂອງທ່ານ ສາມາດແຂ່ງຂັນໄດ້ໃນການຄ້າສາກົນ, ທະນາຄານ ເອເອັນແຊັດ
ວຽງຈັນພານິດ ຈຳກັດ ໃຫ້ການອຳນວຍຄວາມສະດວກດ້ານການເງິນເພື່ອການຄ້າ ສຳລັບການນຳ ເຂົ້າ.
ການບໍລິການດ້ານການເງິນເພື່ອການຄ້າ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ
ສະໜອງໃຫ້ເປັນເງິນໂດລາສະຫະລັດ (USD) ຫລື ເງິນຕາສະກຸນອື່ນທີ່ສາມາດຊື້-ຂາຍໄດ້ ຕາມ
ການສະເໜີ ແລະ ໃນອັດຕາດອກເບ້ຍທີ່ສາມາດແຂ່ງຂັນໄດ້.
ສອງຜະລິດຕະພັນຕົ້ນຕໍຂອງພວກເຮົາມີຄື:
-
ການເງິນເພື່ອການຄ້າສຳລັບການນຳສິນຄ້າເຂົ້າ ຂອງທະນາຄານ ເອເອັນແຊັດ ວຽງຈັນພາ
ນິດ ຈຳກັດ (ໃບແຈ້ງຮັບທີ່ເຊື່ອຖືໄດ້) ສາມາດຊ່ວຍແກ້ໄຂບັນຫາຂາດເງິນທຶນໝູນວຽນ
ທີ່ເກີດການຜິດໂຕນດ້ານເວລາລະຫວ່າງ ການຊຳລະເງິນຂອງທ່ານໃຫ້ແກ່ຜູ້ສະໜອງ
ສິນຄ້າ ແລະ ການຮັບເງິນການຂາຍສິນຄ້າຈາກລູກຄ້າຂອງທ່ານ. - ໃບຮັບຮອງສິນເຊື່ອສຳລັບການນຳສິນຄ້າເຂົ້າ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ
ຈຳກັດ ສາມາດເອື້ອອຳນວຍໃຫ້ທຸລະກິດຂອງທ່ານມີວິທີການທີ່ປອດໄພ ໃນການໂອນເງິນໄປ
ໃຫ້ຜູ້ສະໜອງສິນຄ້າຢູ່ຕ່າງປະເທດແລະສາມາດອອກໃຫ້ໄດ້ພາຍໃນ 24ຊົ່ວໂມງພາຍຫຼັງ
ທີ່ໄດ້ຍື່ນເອກະສານການນຳເຂົ້າສິນຄ້າທີ່ຖືກຕ້ອງຄົບຖ້ວນຕໍ່ທະນາຄານ.ຜູ້ສະໜອງສິນຄ້າຈະ
ມີຄວາມໝັ້ນໃຈຫລາຍ ໃນການດຳເນີນທຸລະກິດການຄ້າທີ່ມີໃບຮັບຮອງສິນເຊື່ອ ທີ່ອອກໃຫ້
ໂດຍທະນາຄານທີ່ມີມາດຕະຖານສາກົນ. ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ
ສະໜອງໃບຮັບຮອງສິນເຊື່ອຫຼາຍປະເພດ, ເຊັ່ນ: ໃບຮັບຮອງສິນເຊື່ອແບບຈ່າຍເມື່ອເຫັນ,
ໃບຮັບຮອງສິນເຊື່ອສຳຮອງ ແລະ ໃບຮັບຮອງສິນເຊື່ອທີ່ໃຊ້ໄດ້ຫລາຍເທື່ອ.
ສິ່ງທີ່ສຳຄັນ, ໃບຮັບຮອງສິນເຊື່ອທີ່ ອອກໂດຍທະນາຄານ ເອເອັນແຊັດ ວຽງຈັນພານິດ
ຈຳກັດ ບໍ່ຈຳເປັນ ຕ້ອງມີການຢືນຢັນ, ຊຶ່ງເປັນການປະຢັດເງິນໃຫ້ແກ່ທ່ານ ແລະ
ຜູ້ສະໜອງສິນຄ້າຂອງທ່ານ.
* ອີງຕາມມາດຕະຖານ-ເງື່ອນໄຂເງິນກູ້ຂອງ ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ.