ການໂອນເງິນທາງໂທລະເລກ (ການໂອນເງິນເຂົ້າ ແລະ ການໂອນເງິນອອກ) ເຮັດໃຫ້ທ່ານ ສາມາດສົ່ງເງິນໄປຕ່າງປະເທດ ແລະ ຮັບເງິນຈາກຕ່າງປະເທດໄດ້ຢ່າງວ່ອງໄວ ແລະ ປອດໄພ. ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ໃຫ້ການບໍລິການສົ່ງເງິນທາງອີເລັກໂຕຣນິກທີ່ມີຄວາມໄວສູງ ໂດຍຜ່ານເຄືອຂ່າຍທີ່ກວ້າງຂວາງ ຂອງທະນາຄານຕົວແທນຢູ່ທົ່ວໂລກ. ເມື່ອໃດທ່ານຕ້ອງການຄວາມວ່ອງໄວ, ຄວາມສະດວກສະບາຍ ແລະ ຄວາມອຸ່ນອ່ຽນ-ສະບາຍໃຈ, ການບໍລິການໂອນເງິນທາງໂທລະເລກຂອງພວກເຮົາ ຈະສະໜອງຄວາມຕ້ອງການຂອງທ່ານໄດ້ໂດຍງ່າຍ.
ໂດຍນຳໃຊ້ເຄືອຂ່າຍອີເລັກໂຕຣນິກ SWIFT ແລະ ການບໍລິການເປັນສະກຸນເງິນຕາຕ່າງປະເທດທີ່ຖືກເລືອກເຟັ້ນ, ລະບົບການໂອນເງິນດັ່ງກ່າວເຮັດໃຫ້ທຸກສິ່ງທຸກຢ່າງສາມາດຄວບຄຸມໄດ້ດີ ແລະ ປອດໄພ. ອີງໃສ່ການສະເໜີ, ຜູ້ຮັບເງິນຈະໄດ້ຮັບການແຈ້ງໃຫ້ຊາບ ເມື່ອເງິນໄດ້ເຂົ້າໃນບັນຊີຂອງຜູ້ກ່ຽວແລ້ວ.