ລະບົບການທະນາຄານອອນລາຍ ເອເອັນແຊັດທຣານແຊັກທີຟ (ANZ Transactive) ເປັນລະບົບການທະນາຄານທີ່ເຊື່ອມຕໍ່ຜ່ານລະບົບອອນລາຍທາງອິນເຕີເນັດ ທີ່ມີຄວາມປອດໄພສູງ ຂອງທະນາຄານເອເອັນແຊັດ. ລະບົບນີ້ໄດ້ຖືກອອກແບບມາເພື່ອໃຫ້ໃຊ້ງ່າຍ ແລະ ເພື່ອທີ່ຈະຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກໃນການເຮັດທຸລະກຳແຕ່ລະມື້ຂອງທ່ານ.
ລະບົບການທະນາຄານອອນລາຍນີ້ໄດ້ຖືກອອກແບບໂດຍການນຳໃຊ້ເທັກໂນໂລຊີການປົກປ້ອງຂໍ້ມູນ
ທີ່ໃໝ່ລ້າສຸດ, ເພື່ອທີ່ທ່ານຈະສາມາດບໍລິຫານການເງິນເພື່ອທຸລະກິດຂອງທ່ານໂດຍການເຂົ້າຫາລະບົບ
ແລະກວດເບິ່ງບັນຊີແລະຂໍ້ມູນສຳຄັນທັງໝົດດ້ວຍຄວາມໄວ້ວາງໃຈວ່າລະບົບນີ້ມີ ຄວາມປອດໄພ
ແລະມີປະສິດຕິພາບສູງສຸດ.
ລະບົບການທະນາຄານອອນລາຍຂອງເອັນແຊັດສາມາດໃຫ້ທ່ານດຳເນີນທຸລະກຳລາຍວັນດັ່ງຕໍ່ໄປນີ້
ການບໍລິຫານບັນຊີ
- ທ່ານສາມາດເຂົ້າຫາສູນລວມຂໍ້ມູນເພື່ອເບິ່ງຂໍ້ມູນບັນຊີທັງໝົດຂອງທ່ານໄດ້ໃນບ່ອນດຽວ
- ລະບົບນີ້ມີຄວາມຊັດເຈນແລະໂປ່ງໃສເພື່ອເພີ່ມພູນປະສິດຕິພາບໃນການບໍລິຫານການເງິນຂອງທ່ານ.
ລະບົບການທະນາຄານອອນລາຍຂອງເອັນແຊັດສາມາດໃຫ້ທ່ານກວດເບິ່ງບັນຊີສຳຮອງ ແລະ ລາຍລະອຽດທຸລະກຳຕ່າງໆ ຂອງບັນຊີທ່ານ ທີ່ຢູ່ພາຍໃນປະເທດແລະຕ່າງປະເທດ.
ການສຳລະສະສາງ ຫຼື ການໂອນເງິນ
- ຊ່ວຍຫຼຸດຜ່ອນຕົ້ນທຶນຂອງການດຳເນີນທຸລະກຳແບບປະຖົມປະຖານ
- ສາມາດປັບຂະຫຍາຍໄດ້ງ່າຍເພື່ອກຽມພ້ອມສຳຫຼັບການຂະຫຍາຍທຸລະກິດ
- ຫຼຸດຜ່ອນຂໍ້ຜິດພາດ
- ຫຼຸດຜ່ອນຄວາມສ່ຽງຕໍ່ການສໍ້ໂກງໃນການດຳເນີນທຸລະກຳແບບປະຖົມປະຖານ.
ສາມາດໃຫ້ທ່ານດຳເນີນທຸລະກຳການສຳລະສະສາງປະເພດຕ່າງໆດັ່ງຕໍ່ໄປນີ້ ໄດ້ສະດວກສະບາຍແລະປອດໄພ
- ການອອກແຊັກລູກຄ້າ/ການອອກແຊັກທະນາຄານ
- ການໂອນເງິນລະຫວ່າງບັນຊີທີ່ຢູ່ພາຍໃນທະນາຄານເອເອັນແຊັດ
- ການສຳລະສາງ ຫຼື ການໂອນເງິນພາຍໃນປະເທດ
- ການສຳລະສະສາງ ຫຼື ການໂອນເງິນອອກຕ່າງປະເທດ.
ດ້ວຍການຕັ້ງຄ່າຂໍ້ມູນການສຳລະຫຼືໂອນເງິນໄວ້ລ່ວງໜ້າ, ທ່ານສາມາດປະຫຍັດເວລາ ແລະ ຫຼດຜ່ອນຂໍ້ຜິດພາດໃນການໃສ່ຂໍ້ມູນການໂອນເງິນຊ້ຳໆ. ທ່ານຍັງສາມາດສະໝັກໃຊ້ບໍລິການ ການໂອນຖ່າຍຂໍ້ມູນຄຳສັ່ງໂອນເງິນ ຈາກລະບົບບັນຊີຂອງທ່ານ ເຂົ້າສູ່ລະບົບການທະນາຄານອອນລາຍຂອງເອເອັນແຊັດໂດຍກົງ ເພື່ອການດຳເນີນການທີ່ສະດວກຍິ່ງຂຶ້ນ.
ລະບົບລາຍງານ
- ລະບົບນີ້ມີໃບລາຍງານແບບມາດຕະຖານ ແລະ ແບບປັບແປງໄດ້ຕາມຄວາມຕ້ອງການຂອງທ່ານ
- ລະບົບນີ້ຊ່ວຍເພີ່ມຄວາມສະດວກໃນການສົມທຽບຍອດບັນຊີຂອງທ່ານກັບທະນາຄານ.
ທ່ານສາມາດດຶງເອົາບົດລາຍງານທັງສອງແບບ ແບບມາດຕະຖານ ແລະ ແບບປັບແປງໄດ້ຈາກລະບົບການທະນາຄານອອນລາຍເອເອັນແຊັດ. ບົດລາຍງານມີທັງຮູບແບບຟາຍ csv ແລະ pdf. ທ່ານສາມາດດຶງເອົາບົດລາຍງານມາເພື່ອບັນທຶກໄວ້ ຫຼື ທ່ານສາມາດໂອນຖ່າຍບົດລາຍງານ ເຂົ້າໄປໃນລະບົບບັນຊີຂອງທ່ານເພື່ອການສົມທຽບບັນຊີແບບອັດຕະໂນມັດ.
ກະລຸນາຕິດຕໍ່ພວກເຮົາ ເພື່ອສະໝັກໃຊ້ບໍລິການ ລະບົບການທະນາຄານອອນລາຍເອເອັນແຊັດ, ຫຼື ເພື່ອເປີດບັນຊີທຸລະກິດນຳພວກເຮົາ.