ການເປີດບັນຊີຝາກປະຈຳກັບທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ແມ່ນເປັນການ
ຄ້ຳປະກັນວ່າ ທ່ານຈະໄດ້ຮັບຜົນຕອບແທນໃນຮູບຂອງອັດຕາດອກເບ້ຍ ທີ່ຖືກກຳນົດໄວ້ແນ່
ນອນ ສຳລັບ ໄລຍະ ເວລາ ໃດໜຶ່ງທີ່ກຳນົດໄວ້ແນ່ນອນ, ເຊິ່ງມີຕັ້ງແຕ່ 30 ວັນ ເຖິງ 12 ເດືອນ.
ຖ້າທ່ານຕ້ອງການລາຍຮັບທີ່ແນ່ນອນປະຈຳແລະບໍ່ທັນມີຄວາມຈຳເປັນທີ່ຈະນຳໃຊ້ເງິນຂອງຕົນ
ໃນທັນທີທັນໃດ,ການເປີດບັນຊີເງິນຝາກ ປະຈຳກັບທະນາຄານເອເອັນແຊັດ ວຽງຈັນພານິດ
ຈຳກັດ ອາດເປັນທາງເລືອກທີ່ດີທີ່ສຸດສຳລັບທ່ານ.ການເປີດບັນຊີຝາກປະຈຳກັບທະນາຄານ
ເອເອັນແຊັດວຽງຈັນພານິດ ຈຳກັດ ມີຈຸດພິເສດຄື:
- ເປັນການລົງທຶນໄລຍະສັ້ນ ເຖິງກາງ
- ເປັນການຮັບປະກັນວ່າຈະໄດ້ລາຍຮັບປະຈຳ
- ໄດ້ຮັບດອກເບ້ຍແບບແຂ່ງຂັນ
- ສາມາດເປີດເປັນສະກຸນເງິນໂດລາສະຫະລັດ, ເງິນກີບ ແລະ ເງິນບາດ
ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ມີຫລາກຫລາຍປະເພດບັນຊີເງິນຝາກປະຈຳ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການ ແລະ ກະແສເງິນສົດ ສ່ວນບຸກຄົນ ເຊິ່ງລວມມີ:
- ຈ່າຍເງິນຕົ້ນ ແລະ ດອກເບ້ຍ ໃຫ້ ເມື່ອຄົບກຳນົດເວລາ
- ຈ່າຍດອກເບ້ຍ ໃຫ້ ເປັນປະຈຳເດືອນ ແລະ ຫັກເຂົ້າບັນຊີຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ຕາມທາງເລືອກຂອງທ່ານ
- ຈ່າຍດອກເບ້ຍ ໃຫ້ ເປັນປະຈຳເດືອນ ແຕ່ນຳເອົາດອກເບ້ຍທີ່ໄດ້ຮັບນັ້ນ ກັບມາລົງທຶນຄືນ ຫລື ບວກເຂົ້າໃນຈຳນວນເງິນຕົ້ນ ຂອງບັນຊີທີ່ຈ່າຍເງິນຕົ້ນ ແລະ ດອກເບ້ຍ ໃຫ້ ເມື່ອຄົບກຳນົດເວລາ
- ເງິນຝາກປະຈຳ ທີ່ອາຍຸຂອງການຝາກສາມາດປ່ຽນແປງໄດ້ ເມື່ອມີແຈ້ງໃຫ້ຊາບລ່ວງໜ້າ 5
ວັນລັດທະການ. ບໍ່ມີຄ່າປັບໃໝໃນກໍລະນີນີ້.
- ເງິນຝາກປະຈຳ ທີ່ຈຳນວນເງິນຕົ້ນທຳອິດ ອາດຈະຖືກບວກເຂົ້າໃນລະຫວ່າງໄລຍະເວລາ
ເດີມ ໂດຍເງິນຝາກໃນຈຳນວນຄົງທີ່ທີ່ຖືກກຳນົດໄວ້ ຢ່າງສະໝ່ຳສະເໝີ ໃນວັນເວລາທີ່ໄດ້ກຳນົດໄວ້
- ເງິນຝາກປະຈຳ ທີ່ຈຳນວນເງິນຕົ້ນທຳອິດ ສາມາດຖືກບວກເຂົ້າດ້ວຍເງິນຝາກໃນວັນເວລາທີ່ໄດ້ກຳນົດໄວ້ ແຕ່ຈຳນວນບໍ່ເທົ່າກັນສະເໝີ.
*ຂໍລາຍລະອຽດກ່ຽວກັບໄລຍະເວລາ ແລະ ເງື່ອນໄຂຂອງການເປີດບັນຊີໄດ້. ມີການຄິດໄລ່ຄ່າທຳນຽມ ແລະ ຄ່າອື່ນໆ.