ບັນຊີຝາກປະຫຍັດແບບພິເສດANZV - ການຝາກເງິນ ແລະ ການລົງທຶນ

ບັນຊີຝາກປະຫຍັດແບບພິເສດANZV

ບັນຊີຝາກປະຫຍັດແບບພິເສດຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ຊ່ວຍໃຫ້
ທ່ານສາມາດທ້ອນເງິນ ແລະ ລໍຖ້າເບິ່ງການເພີ່ມຂື້ນຂອງຈຳນວນເງິນຝາກ. ການຝາກເງິນ
ແບບນີ້ ເຮັດໃຫ້ທ່ານສາມາດຖອນເງິນໄດ້ ໃນເວລາທີ່ຕ້ອງການ ເຮັດໃຫ້ມີຄວາມສະດວກ ສະບາຍ.
ທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ໃຫ້ອັດຕາດອກເບ້ຍໃນອັດຕາທີ່ແຂ່ງຂັນ, ຊຶ່ງມີການ
ຄຳນວນອັດຕາດອກເບ້ຍໃນແຕ່ລະມື້ ແລະ ຈ່າຍດອກເບ້ຍເປັນແຕ່ລະເດືອນ. ບັນຊີ ຝາກປະຫຍັດ
ແບບພິເສດຂອງທະນາຄານເອເອັນແຊັດວຽງຈັນພານິດ ຈຳກັດ ແມ່ນຖືກອອກ ແບບ ໃຫ້ເຊື່ອມຕໍ່ກັບ
ບັນຊີແບບອື່ນໆ ເຮັດໃຫ້ທ່ານສາມາດໂອນເງິນລະຫວ່າງບັນຊີໄດ້. ນອກນັ້ນ, ທ່ານຍັງສາມາດນຳ
ໃຊ້ບໍລິການການຕັດສ່ວນໜຶ່ງຂອງເງິນເດືອນເຂົ້າໃນບັນຊີ ຂອງທ່ານໄດ້ຢ່າງອັດຕະໂນມັດ.
ບັນຊີເປີດເປັນສະກຸນເງິນໂດລາສະຫະລັດ, ເງິນກີບ ແລະ ເງິນບາດ.
ຖ້າທ່ານຕ້ອງການເປີດບັນຊີເງິນຝາກປະຢັດແບບສາມາດຖອນເງິນໄດ້ໃນເວລາທີ່ຕ້ອງການ,
ແຕ່ຍັງໄດ້ຮັບ ອັດຕາດອກເບ້ຍ ຫລື ທ່ານຕ້ອງການອັດຕາດອກເບ້ຍທີ່ສູງຂຶ້ນ ແຕ່ບໍ່ສາມາດ
ຖອນເງິນໄດ້ສຳລັບໄລຍະ ເວລາໃດໜຶ່ງ, ພວກເຮົາມີປະເພດບັນຊີທີ່ເໝາະສົມສຳລັບຄວາມ
ຕ້ອງການຂອງທ່ານ.*ຂໍລາຍລະອຽດກ່ຽວກັບໄລຍະເວລາ ແລະ ເງື່ອນໄຂໄດ້.
ມີການຄິດຄ່າທຳນຽມ ແລະ ຄ່າອື່ນໆ.