ການໂອນເງິນທາງໂທລະເລກ ຫລື ໂທລະສັບ (ການຮັບເງິນ-ການສົ່ງເງິນ) ເປີດໂອກາດໃຫ້
ທ່ານສາມາດສົ່ງເງິນ ຫລື ຮັບເງິນຈາກຕ່າງປະເທດໄດ້ຢ່າງວ່ອງໄວຫລືປອດໄພ.ທະນາຄານ
ເອເອັນແຊັດວຽງຈັນພານິດຈຳກັດ ໃຫ້ບໍລິການສົ່ງເງິນທາງອີເລັກໂທຣນິກ ດ້ວຍ ຄວາມໄວສູງ
ໂດຍຜ່ານລະບົບເຄືອຂ່າຍທະນາຄານທີ່ທະນາຄານເຮົາມີສາຍພົວພັນຢ່າງກວ້າງ ຂວາງໃນທົ່ວໂລກ.
ການບໍລິການໂອນເງິນທາງໂທລະເລກ ຫລືໂທລະສັບຂອງພວກເຮົາຈະເຮັດໃຫ້ການໂອນເງິນຂອງ
ທ່ານມີຄວາມວ່ອງໄວສະດວກສະບາຍ ແລະ ປອດໄພ.ໂດຍອີງໃສ່ເຄືອຂ່າຍສະມາຄົມເພື່ອການສື່ສານ
ທາງການເງິນລະຫວ່າງທະນາຄານທົ່ວໂລກ(SWIFT)ແລະຄວາມສາມາດໃນການຕອບສະໜອງສະກຸນ
ເງິນຕາຕ່າງປະເທດທີ່ຕ້ອງການ,ລະບົບນີ້ຈະເຮັດໃຫ້ທຸກ ສິ່ງທຸກຢ່າງສາມາດຄວບຄຸມໄດ້ງ່າຍຂຶ້ນແລະ
ມີຄວາມປອດໄພຂຶ້ນ.ຜູ້ຮັບເງິນຈະໄດ້ຮັບໃບແຈ້ງເມື່ອເງິນຖືກໂອນເຂົ້າມາໃນບັນຊີຂອງເຂົາເຈົ້າ
ທັງນີ້ແມ່ນອີງຕາມການສະເໜີຂອງລູກຄ້າ.
© ກຸ່ມທະນາຄານ ອົດສຕຣາລີ ແລະ ນິວຊີແລນ ຈຳກັດ (ເອເອັນແຊັດ) 2012 ABN 11 005 357 522。ສີຟ້າຂອງທະນາຄານ ເອເອັນແຊັດ ແມ່ນເຄື່ອງໝາຍການຄ້າຂອງ ເອເອັນແຂັດ.
ເນື້ອໃນຂອງໜ້ານີ້ແມ່ນໄດ້ແປມາຈາກສະບັບຕົ້ນພາສາອັງກິດ, ໃນກໍລະນີທີ່ຂໍ້ມູນບໍ ສອດຄອງກັນໃຫ້ຖືເອົາພາສາອັງກິດເປັນຫຼັກ