ຮັກສາສິ່ງທີ່ສຳຄັນ-ຕູ້ຝາກນິລະໄພ - ທະນາຄານເພື່ອກິດຈະກຳປະຈຳວັນ

ຮັກສາສິ່ງທີ່ສຳຄັນ-ຕູ້ຝາກນິລະໄພ

ປົກປ້ອງສິ່ງຂອງມີຄ່າຂອງທ່ານດ້ວຍບໍລິການຕູ້ຝາກນິລະໄພ ຂອງທະນາຄານ ເອເອັນແຊັດ ວຽງຈັນພານິດ
ຈຳກັດ. ການບໍລິການຂອງ ພວກເຮົາແມ່ນໃນລາຄາເປັນກັນເອງແລະ ເຄື່ອງອຳນວຍຄວາມສະດວກ
ພວກເຮົາຕັ້ງຢູ່ພາຍໃນອາຄານທີ່ມີຄວາມປອດໄພສຸງເຊິ່ງຈະສ້າງຄວາມສະບາຍໃຈຫາຍຫ່ວງແກ່ທ່ານ.
ຫ້ອງ ເກັບມ້ຽນຕູ້ຝາກນິລະໄພ ຮັກສາເຄື່ອງຂອງທະນາຄານ ເອເອັນແຊັດ ວຽງຈັນພານິດຈຳກັດ,
ມີການຈັດເວນຍາມຮັກສາຄວາມໄພຕະຫລອດ 24 ຊົ່ວໂມງ ແລະ ຕູ້ຝາກນິລະໄພກໍຖຶກສ້າງມາຈາກເຫລັກກ້າ
ທີ່ມີຄຸນນະ ພາບສູງປ້ອງກັນໄຟໄໝ້ໄດ້ເຊິ່ງມັນຖຶກອອກແບບມາເພື່ອ ປົກປ້ອງຊັບສິນທີ່ມີຄ່າຂອງ
ທ່ານໂດຍສະເພາະ.

ທ່ານບໍ່ຈຳເປັນຕ້ອງແມ່ນລູກຄ້າຂອງທະນາຄານ ANZV ສະເໝີໄປກໍສາມາດ
ໄດ້ໃຊ້ບໍລິການ ຮັກສາສິ່ງຂອງດ້ວຍຕູ້ຝາກນິລະໄພຂອງທະນາຄານ ANZV.ເຊີນທ່ານມາສອບຖາມນຳ

ພະນັກງານທີ່ເປັນກັນເອງຂອງພວກເຮົາກ່ຽວກັບອັດຕາບໍລິການທີ່ໜ້າສົນໃຈ ແລະ
ພວກເຮົາຈະຈັດຫາຕູ້ຝາກນິລະໄພນິລະໄພໄວ້ສຳລັບທ່ານ