The ANZ website contains the following tabs:
ANZV ສຳລັບທ່ານໂດຍສະເພາະ ເພາະວ່ານາຍຈ້າງຂອງທ່ານ ແມ່ນລູກຄ້າທີ່ສຳຄັນຂອງ ທະນາຄານ ANZV ສະນັ້ນ ທ່ານຈິ່ງສົມຄວນໄດ້ຮັບຜົນປະໂຫຍດພິເສດ ເມື່ອທ່ານນຳເງິນມາຝາກນຳພວກເຮົາ.
ຊຸດຜົນປະໂຫຍດໃໝ່ ລ່າສຸດຂອງພວກເຮົານີ້ເອີ້ນວ່າ ANZV@Work ແລະ ມີໄວ້ບໍລິການສຳລັບພະນັກງານລູກຈ້າງທີ່ຮັບເງິນເດືອນໂດຍກົງຜ່ານບັນຊີຢູ່ທະນາຄານ ANZV.
ຜົນປະໂຫຍດຂອງບໍລິາກນ ANZV@Work ລວມມີ:
ທັນທີທີ່ບໍລິສັດນາຍຈ້າງຂອງທ່ານລົງທະບຽນເພື່ອຄຸ້ມຄອງເງິນເດືອນຂອງທ່ານໂດຍ
ການໂອນເງິນໂດຍກົງເຂົ້າບັນຊີຂອງທ່ານຢູ່ທະນາຄານ ANZV, ທ່ານກໍຈະໄດ້ຮັບ:
ເງິນເດືອນຂອງທ່ານ ໂອນໂດຍກົງເຂົ້າຫາບັນຊີຂອງທ່ານຢູ່ ທະນາຄານ ANZV
ສ່ວນຫລຸດໃນການເສຍຄ່າທຳນຽມຂໍກູ້ຢືມເງິນ ແລະ ຜົນປະໂຫຍດອື່ນໆ ເມື່ອທ່ານສະເໜີຂໍຢືມເງິນກູ້ສຳລັບເຮືອນຢູ່ ຫລື ເງິນກູ້ສ່ວນ ບຸກຄົນ ຈາກທະນາຄານ ANZV ແລະ ບໍ່ມີການຈຳກັດຍອດເຫລືອປະຈຳເດືອນສຸດໃນບັນຊີຂອງທ່ານ ຢູ່ທະນາຄານ ANZV.
ປະເພດສ່ວນຫລຸດ ແລະ ຜົນປະໂຫຍດຕ່າງໆທີ່ຈະລວມຢູ່ໃນຊຸດບໍລິການ ANZV@Work
ຂອງທ່ານແມ່ນຈະຕ້ອງ ຜ່ານການ ຕົກລົງເຫັນ ດີນຳກັນ ລະຫວ່າງນາຍຈ້າງຂອງທ່ານ
ແລະ ທະນາຄານ ANZV. ທ່ານສາມາດຖາມລາຍລະອຽດເພີ່ມຕື່ມນຳນາຍຈ້າງຂອງທ່ານ.