ທ່ານເມື່ອຍລໍຖ້າສິ່ງທີ່ທ່ານຕ້ອງການເຮັດແທ້ໆ ຫລື ມີຄວາມສຸກນຳ ບໍ່?
ເງິນກູ້ສຳລັບບຸກຄົນຂອງທະນາຄານ ANZ* ຖືກອອກແບບມາ ໃຫ້ມີຄວາມສະດວກສະບາຍສາມາດປ່ຽນແປງໄດ້ ແລະ ຊ່ວຍໃນ ການຊື້ສິນຄ້າ ຫລື ສິ່ງຂອງສ່ວນຕົວ ເຊັ່ນ:
- ເຄື່ອງໃຊ້ ຫລື ສິນຄ້າສຳລັບຄົວເຮືອນ
- ການສຶກສາ
- ທ່ອງທ່ຽວ
- ການລົງທຶນ
- ແຕ່ງງານທະນາຄານ
ລັກສະນະ ແລະ ຜົນປະໂຫຍດຂອງເງິນກູ້ສຳລັບບຸກຄົນ ຂອງ ທະນາຄານ ANZ
- ສ້າງຄວາມສະດວກສະບາຍໃຫ້ທ່ານ ໂດຍສາມາດຢືມໄດ້ 3 ສະກຸນເງິນ ຄື: ເງິນໂດລາສະຫະລັດ (USD), ເງິນກີບ (LAK) ແລະ ເງິນບາດ (THB)
- ໄລຍະເວລາກູ້ຢືມສູງສຸດ 5 ປີ
- ວົງເງິນກູ້ຕ່ຳສຸດ ແມ່ນ 5,000 ໂດລາສະຫະລັດ ຫລື ທຽບເທົ່າກັບເງິນກີບ ຫລື ເງິນບາດ
- ບໍ່ມີວົງເງິນສູງສຸດ
- ອັດຕາດອກເບ້ຍຕ່ຳ
- ຊຳລະຄືນເງິນຕົ້ນ ແລະ ດອກເບ້ຍ
- ຊຳລະຄືນເປັນລາຍເດືອນ
- ສາມາດຊຳລະຄືນໂດຍກົງຈາກບັນຊີທະນາຄານ ANZ ຂອງທ່ານ
- ສາມາດຊຳລະຄືນເພີ່ມຕື່ມ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມ
- ສາມາດເອົາເຮືອນ ແລະ ທີ່ດິນ ຂອງທ່ານ ມາຄ້ຳປະກັນໄດ້
- ຢືມໄດ້ຮອດ 50% ຂອງມູນຄ່າຊັບສິນທີ່ຄ້ຳປະກັນ
- ຢືມໄດ້ຮອດ 100% ຂອງມູນຄ່າສິນຄ້າ ຫລື ສີ່ງຂອງ ທີ່ທ່ານຊຶ້
- ຂັ້ນຕອນໃນການສະໝັກ ແມ່ນງ່າຍດາຍ
*ຂຶ້ນກັບເງື່ອນໄຂຂອງເງິນກູ້ເພື່ອການບໍລິໂພກ ຂອງທະນາຄານANZ