ສ້າງຄວາມຮັ່ງມີຂອງທ່ານ ກັບເງິນກູ້ເພື່ອການລົງທຶນ ຂອງທະນາຄານ ANZ
ເງິນກູ້ເພື່ອການລົງທຶນຂອງ ທະນາຄານ ANZ* ຖືກອອກແບບ ມາ ໃຫ້ມີຄວາມສະດວກສະບາຍສາມາດປ່ຽນແປງໄດ້ ແລະ ຊ່ວຍໃນ ການຊື້ ຫລື ປຸກເຮືອນໄວ້ລົງທຶນ ເພື່ອສ້າງຄວາມຮັ່ງມີ ແລະ ມີລາຍຮັບເພີ່ມຂຶ້ນ ຂອງທ່ານ.
ເມື່ອມີອະສັງຫາລິມະຊັບຫລາຍຂຶ້ນ ຄວາມຮັ່ງມີກໍ່ມີຫລາຍຂຶ້ນ ແລະ ຍ້ອນມີເງິນກູ້ ເພື່ອການລົງທຶນໃນການຊື້ ຫລື ປຸກເຮືອນ ຂອງ ທະນາຄານ ANZ ທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ, ທ່ານ ສາມາດມີໝວດການລົງທຶນໃນອະສັງຫາລິມະຊັບ ເປັນຂອງຕົວເອງ.
ລັກສະນະ ແລະ ຜົນປະໂຫຍດຂອງເງິນກູ້ ເພື່ອຊື້ເຮືອນ ຂອງ ທະນາຄານ ANZ
- ສ້າງຄວາມສະດວກສະບາຍໃຫ້ທ່ານ ໂດຍສາມາດຢືມໄດ້ 3 ສະກຸນເງິນ ຄື: ເງິນໂດລາສະຫະລັດ (USD), ເງິນກີບ (LAK) ແລະ ເງິນບາດ (THB)
- ໄລຍະເວລາກູ້ຢືມສູງສຸດ 15 ປີ
- ວົງເງິນກູ້ຕ່ຳສຸດ ແມ່ນ 5,000 ໂດລາສະຫະລັດ ຫລື ທຽບເທົ່າກັບເງິນກີບ ຫລື ເງິນບາດ
- ບໍ່ມີວົງເງິນສູງສຸດ
- ອັດຕາດອກເບ້ຍຕ່ຳ
- ຊຳລະຄືນເງິນຕົ້ນ ແລະ ດອກເບ້ຍ
- ຊຳລະຄືນເປັນລາຍເດືອນ
- ສາມາດຊຳລະຄືນໂດຍກົງຈາກບັນຊີທະນາຄານ ANZ ຂອງທ່ານ
- ສາມາດຊຳລະຄືນເພີ່ມຕື່ມ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມ
- ສາມາດເອົາເຮືອນ ແລະ ທີ່ດິນຂອງທ່ານ ມາຄ້ຳປະກັນໄດ້
- ຢືມໄດ້ເຖິງ 50% ຂອງມູນຄ່າຊັບສິນທີ່ຄ້ຳປະກັນ
- ທ່ານສາມາດຢືມໄດ້ຮອດ 100% ຂອງຊັບສິນທີ່ທ່ານ ຄາດວ່າຈະຊື້ ຖ້າທ່ານມີຊັບສິນທີ່ຢູ່ອາໃສເພີ່ມຕື່ມ ມາຄ້ຳປະກັນ ເມື່ອມູນຄ່າເງິນກູ້ທັງໝົດບໍ່ກາຍ 50% ຂອງມູນຄ່າຫລັກຊັບຄ້ຳປະກັນທີ່ສະເໜີມາ
- ຂັ້ນຕອນໃນການສະໝັກ ແມ່ນງ່າຍດາຍສ້າງຄວາມຮັ່ງມີຂອງທ່ານດ້ວຍການກູ້ເງິນເພື່ອລົງທືນໃນການປຸກສ້າງທີ່ຢູ່ອາໃສ
*ຂຶ້ນກັບເງື່ອນໄຂຂອງເງິນກູ້ເພື່ອການບໍລິໂພກ ຂອງທະນາຄານANZ