ເພື່ອຊ່ວຍໃຫ້ພວກເຮົາ ໃນການດຳເນີນການເກັບເອກະສານ ສະໝັກຂໍເງິນກູ້ ໄວຂຶ້ນ, ທ່ານຈະຕ້ອງໄປຫາ ທະນາຄານ ANZ ສາຂາໃກ້ບ້ານ ແລະ ເອົາຂໍ້ມູນເຫລົ່ານີ້ມາພ້ອມ:
- ໃບສະແດງລາຍລະອຽດກ່ຽວກັບເງິນເດືອນຂອງທ່ານ ສຳລັບ 3 ເດືອນ ຫລື ສັນຍາການຈ້າງງານ
- ຫລັກຖານກ່ຽວກັບລາຍຮັບອື່ນ ເຊັ່ນ ສັນຍາເຊົ່າ
- ສັນຍາການຂາຍ ຫລື ສັນຍາການຊື້
- ໃບຕາດິນ (ຖ້າມີ)
ຖ້າທ່ານແມ່ນລູກຄ້າໃໝ່ຂອງທະນາຄານ ANZ, ທ່ານຈະຕ້ອງ ຜ່ານການກວດເບິ່ງລາຍລະອຽດກ່ຽວກັບບຸກຄົນ.
- ຄົນລາວ-ບັດປະຈຳຕົວ, ປື້ມສຳມະໂນຄົວ ຫລື ໜັງສືຜ່ານແດນ
- ຄົນຕ່າງປະເທດ-ບັດປະຈຳຕົວຄົນຕ່າງປະເທດ, ໜັງສືຜ່ານແດນ ແລະ ໃບອະນຸຍາດເຮັດວຽກ