ທ່ານຕ້ອງການມີເຮືອນເປັນຂອງໂຕເອງບໍ່?
ເງິນກູ້ເພື່ອຊື້ເຮືອນ ຂອງທະນາຄານ ANZ * ຖືກອອກແບບມາ ໃຫ້ມີຄວາມສະດວກສະບາຍສາມາດປ່ຽນແປງໄດ້ ແລະ ຊ່ວຍໃນ ການຊື້ເຮືອນຂອງທ່ານ, ການສ້ອມແປງເຮືອນຂອງ ທ່ານ ຫລື ສາມາດໃຊ້ສຳລັບປຸກເຮືອນໃໝ່.
ເງິນກູ້ເພື່ອຊື້ເຮືອນ ຄຸນລັກສະນະ ແລະ ຜົນປະໂຫຍດ ຂອງທະນາຄານ ANZ
- ສ້າງຄວາມສະດວກສະບາຍໃຫ້ທ່ານ ໂດຍສາມາດຢືມໄດ້ 3 ສະກຸນເງິນ ຄື: ເງິນໂດລາສະຫະລັດ (USD), ເງິນກີບ (LAK) ແລະ ເງິນບາດ (THB)
- ໄລຍະເວລາກູ້ຢືມສູງສຸດ 15 ປີ
- ວົງເງິນກູ້ຕ່ຳສຸດ ແມ່ນ 5,000 ໂດລາສະຫະລັດ ຫລື ທຽບເທົ່າກັບເງິນກີບ ຫລື ເງິນບາດ
- ບໍ່ມີວົງເງິນສູງສຸດ
- ອັດຕາດອກເບ້ຍຕ່ຳ
- ຊຳລະຄືນເງິນຕົ້ນ ແລະ ດອກເບ້ຍ
- ຊຳລະຄືນເປັນລາຍເດືອນ
- ສາມາດຊຳລະຄືນໂດຍກົງຈາກບັນຊີທະນາຄານ ANZ Laos ຂອງທ່ານ
- ສາມາດຊຳລະຄືນເພີ່ມຕື່ມ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມ
- ສາມາດເອົາເຮືອນ ແລະ ທີ່ດິນຂອງທ່ານ ມາຄ້ຳປະກັນໄດ້
- ຢືມໄດ້ເຖິງ 50% ຂອງມູນຄ່າຊັບສິນທີ່ຄ້ຳປະກັນ
- ຂັ້ນຕອນໃນການສະໝັກ ແມ່ນງ່າຍດາຍ
*ຂຶ້ນກັບເງື່ອນໄຂຂອງເງິນກູ້ ເພື່ອການບໍລິໂພກ ຂອງ ທະນາຄານ ANZ