ຕ້ອງການຊື້ລົດທີ່ທ່ານຢາກໄດ້ມາດົນແລ້ວ, ລົດແບບສະປອດ ຫລື ແບບເຊື່ອຖືໄດ້ ຫລື ບາງຄັ້ງແມ່ນລົດທີ່ໃຫຍ່ຂຶ້ນມານ້ອຍໜຶ່ງ ເພື່ອໃຫ້ພໍດີກັບຄອບຄົວທີ່ກຳລັງຂະຫຍາຍໃຫຍ່ຂຶ້ນຂອງທ່ານ ບໍ່?
ເງິນກູ້ເພື່ອຊຶ້ລົດຂອງທະນາຄານ ANZ* ຖືກອອກແບບມາ ໃຫ້ມີຄວາມສະດວກສະບາຍສາມາດປ່ຽນແປງໄດ້ ແລະ ຊ່ວຍໃນ ການຊື້ລົດໃໝ່ ຫລື ລົດມືສອງ ທີ່ໃຊ້ມາແລ້ວ 3 ປີ :
ລັກສະນະ ແລະ ຜົນປະໂຫຍດຂອງເງິນກູ້ເພື່ອຊື້ລົດ ຂອງ ທະນາຄານ ANZ
- ສ້າງຄວາມສະດວກສະບາຍໃຫ້ທ່ານ ໂດຍສາມາດຢືມໄດ້ 3 ສະກຸນເງິນ ຄື: ເງິນໂດລາສະຫະລັດ (USD), ເງິນກີບ (LAK) ແລະ ເງິນບາດ (THB)
- ໄລຍະເວລາກູ້ຢືມສູງສຸດ 5 ປີ
- ວົງເງິນກູ້ຕ່ຳສຸດ ແມ່ນ 5,000 ໂດລາສະຫະລັດ ຫລື ທຽບເທົ່າກັບເງິນກີບ ຫລື ເງິນບາດ
- ບໍ່ມີວົງເງິນສູງສຸດ
- ອັດຕາດອກເບ້ຍຕ່ຳ
- ຊຳລະຄືນເງິນຕົ້ນ ແລະ ດອກເບ້ຍ
- ຊຳລະຄືນເປັນລາຍເດືອນ
- ສາມາດຊຳລະຄືນໂດຍກົງຈາກບັນຊີທະນາຄານ ANZ ຂອງທ່ານ
- ສາມາດຊຳລະຄືນເພີ່ມຕື່ມ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມ
- ສາມາດເອົາເຮືອນ ແລະ ທີ່ດິນຂອງທ່ານ ມາຄ້ຳປະກັນໄດ້
- ຢືມໄດ້ຮອດ 50% ຂອງມູນຄ່າຊັບສິນທີ່ຄ້ຳປະກັນ
- ຢືມໄດ້ຮອດ 100% ຂອງມູນຄ່າລົດ
- ຂັ້ນຕອນໃນການສະໝັກ ແມ່ນງ່າຍດາຍ
*ຂຶ້ນກັບເງື່ອນໄຂຂອງເງິນກູ້ເພື່ອການບໍລິໂພກ ຂອງທະນາຄານANZ