The ANZ website contains the following tabs:
ກ່ຽວກັບເວັບໄຊນີ້
ການເຊື່ອມຕໍ່ກັບພາກສ່ວນທີສາມ
ການເຊື່ອມຕໍ່ (Links) ລະຫວ່າງເວັບໄຊທ໌ANZ ກັບບັນດາເວັບໄຊທ໌ອື່ນໆຂອງກຸ່ມທະນາຄານANZ
ການເຊື່ອມຕໍ່ (Links) ລະຫວ່າງເວັບໄຊພາຍນອກ ແລະ ເວັບໄຊANZ
ອີເມວ
ສອບແວສຂອງພາກສ່ວນທີສາມ
ການສົ່ງຂໍ້ມູນ
ການດາວໂຫຼດຂໍ້ມູນ
ຂໍ້ມູນ ແລະ ການສະໜອງຜະລິດຕະພັນຂອງກຸ່ມທະນາຄານ ANZ
ການຄ້ຳປະກັນ
ຂອບເຂດຄວາມຮັບຜິດຊອບ
ການສີ້ນສຸດ
ເຂດອຳນາດປົກຄອງ
ລິຂະສິດ ແລະ ເຄື່ອງໝາຍການຄ້າ
ການຍອມຮັບ ແລະ ການປ່ຽນແປງຕໍ່ກັບເງື່ອນໄຂການນຳໃຊ້
ນີ້ແມ່ນເວັບໄຊທ໌ທີ່ເປີດນຳໃຊ້ໂດຍກຸ່ມທະນາຄານອົດສະຕາລີ ແລະ ນີວຊີແລນຈຳກັດ(ABN 11 005 357 522) ("ANZ") ພາຍໃຕ້ຊື່ທີ່ຢູ່ "www.anz.com" ("ເວັບໄຊທ໌ ANZ"). ເວັບໄຊທ໌ ANZ ຖືກເປີດໃຊ້ໃນນາມກຸ່ມທະນາຄານ ANZ ແລະ ໜ່ວຍງານຕ່າງໆພາຍໃຕ້ກຸ່ມທະນາຄານນີ້ (ທັງໝົດລວມກັນເອີ້ນວ່າ "ກຸ່ມທະນາຄານ ANZ").
ການນຳໃຊ້ຂໍ້ມູນ, ພາບກຣາບຟິກ ແລະ ເອກະສານຕ່າງໆຂອງທ່ານໃນເວັບໄຊທ໌ ANZ ("ຂໍ້ມູນເອກະສານໃນເວັບໄຊທ໌") ແມ່ນຢູ່ພາຍໃຕ້ເງື່ອນໄຂການນຳໃຊ້ເຫຼົ່ານີ້ ແລະ ຖະແຫ່ຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ.
ນອກຈາກເງື່ອນໄຂກຳນົດທີ່ປະກອບຢູ່ໃນເອກະສານສະບັບນີ້ແລ້ວ, ກໍ່ຍັງມີເງື່ອນໄຂກຳນົດສະເພາະເຊິ່ງປະກອບເປັນສ່ວນໜຶ່ງຂອງເງື່ອນໄຂການນຳໃຊ້ ແລະ ຄວບຄຸມການນຳໃຊ້, ແລະ ການເຂົ້າເບິ່ງ, ສ່ວນສະເພາະໃດໜຶ່ງຂອງເວັບໄຊທ໌ANZ. ເພາະວ່າທ່ານຖືກຜູກມັດໃຫ້ປະຕິບັດຕາມເງື່ອນໄຂກຳນົດເພີ່ມເຕີມເຫຼົ່ານີ້, ທ່ານຄວນກວດເບິ່ງພວກມັນ ຢູ່ທຸກບ່ອນທີ່ທ່ານສາມາດເຂົ້າເບິ່ງໄດ້ ຢູ່ໃນເວັບໄຊທ໌ ANZ.
ນີ້ແມ່ນຂໍ້ຕົກລົງຜູກມັດທາງດ້ານກົດໝາຍທີ່ຕ້ອງປະຕິບັດຕາມລະຫວ່າງຜູ້ນຳໃຊ້ ແລະ ທະນາຄານ ANZ ແລະ ການນຳໃຊ້ເວັບໄຊທ໌ນີ້ໝາຍເຖິງການຍອມຮັບປະຕິບັດຕາມເງື່ອນໄຂ ແລະ ຂໍ້ກຳນົດເຫຼົ່ານີ້ .
ການເຊື່ອມຕໍ່ກັບພາກສ່ວນທີສາມ
ເວັບໄຊທ໌ ANZ ອາດຈະປະກອບມີການເຊື່ອມຕໍ່ (links) ກັບເວັບໄຊທ໌ອື່ນໆທີ່ຄຸ້ມຄອງນຳໃຊ້ໂດຍພາກສ່ວນທີສາມ ("ເວັບໄຊທ໌ພາກສ່ວນທີສາມ"). ກຸ່ມທະນາຄານ ANZ ບໍ່ໄດ້ຮັບຮອງ, ຫຼື ອະນຸມັດຜູ້ຄຸ້ມຄອງເປີດໃຊ້ເວັບໄຊທ໌ພາກສ່ວນທີສາມ, ຫຼື ຂໍ້ມູນ, ຮູບພາບ ແລະ ເອກະສານຕ່າງໆທີ່ມີຢູ່ໃນເວັບ ໄຊທ໌ ພາກສ່ວນທີສາມເຫຼົ່ານັ້ນ ("ຂໍ້ມູນເອກະສານຂອງພາກສ່ວນທີສາມ").
ພາຍໃຕ້ທຸກໆກົດໝາຍທີ່ນຳໃຊ້ໄດ້ເຊິ່ງບໍ່ສາມາດລະເວັ້ນໄດ້, ກຸ່ມທະນາຄານ ANZ ຈະບໍ່ຮັບປະກັນ ຫຼື ສະແດງຄວາມຮັບຜິດຊອບ:
ເມື່ອທ່ານເຂົ້າເບິ່ງຕົວເຊື່ອມຕໍ່ link ໃດໜຶ່ງໃນເວັບໄຊທ໌ ANZ, ຂໍ້ມູນເອກະສານທີ່ຢູ່ໃນເວັບໄຊທ໌ພາກສ່ວນທີສາມອາດຈະປະກົດອອກມາໃນ browser ຂອງທ່ານ ອ້ອມຮອບໂດຍຂໍ້ມູນເອກະສານໃນເວັບໄຊທ໌ນີ້. ຂໍ້ມູນເອກະສານນີ້ຍັງແມ່ນຂໍ້ມູນເອກະສານຂອງພາກສ່ວນທີສາມເພື່ອຈຸດປະສົງຂອງເງື່ອນນຳໃຊ້ເຫຼົ່ານີ້.
ທຸກໆການສະເໜີຂາຍ ແລະ ຄຳຖະແຫ່ຼງກ່ຽວກັບສິນຄ້າ ແລະ ການບໍລິການຕ່າງໆທີ່ມີຢູ່ໃນເວັບໄຊທ໌ພາກ ສ່ວນທີສາມ ແມ່ນຄວາມຮັບຜິດຊອບຂອງ ແລະ ອອກໂດຍຜູ້ຄຸ້ມຄອງນຳໃຊ້ເວັບໄຊທ໌ຂອງພາກສ່ວນທີສາມ. ໃນການສະເໜີຂາຍ ແລະ ຄຳຖະແຫ່ຼງທີ່ເຜີຍແຜ່ໃນເວັບໄຊທ໌ ANZ, ການສະເໜີຂາຍ ແລະ ຄຳຖະແຫ່ຼງດັ່ງກ່າວຖືກເຮັດຂຶ້ນໂດຍກຸ່ມທະນາຄານ ANZ ໃນນາມຜູ້ຄຸ້ມຄອງເປີດໃຊ້ເວັບໄຊທ໌. ກຸ່ມທະນາຄານ ANZ ບໍ່ຮັບຮູ້ການກະທຳໃດໆໃນດ້ານອື່ນ ໃນນາມຕ່າງໜ້າໃຫ້ຜູ້ຄຸ້ມຄອງເປີດໃຊ້ເວັບໄຊທ໌ຂອງພາກສ່ວນທີສາມ.
ANZ ອາດຈະໄດ້ຮັບຄ່າຈ້າງຈາກຜູ້ຄຸ້ມຄອງເປີດໃຊ້ເວັບໄຊທ໌ຂອງພາກສ່ວນທີສາມ ທີ່ພົວພັນກັບສິນຄ້າ ຫຼື ການບໍລິການຕ່າງໆທີ່ສະໜອງໃຫ້ໂດຍຜູ້ຄຸ້ມຄອງເປີດໃຊ້ ອັນເປັນຜົນມາຈາກທ່ານທີ່ເຊື່ອມຕໍ່ກັບເວັບໄຊທ໌ ຂອງພາກສ່ວນທີສາມ ຈາກເວັບໄຊທ໌ຂອງ ANZ.
ການເຊື່ອມຕໍ່ (Links) ລະຫວ່າງເວັບໄຊທ໌ANZ ກັບບັນດາເວັບໄຊທ໌ອື່ນໆຂອງກຸ່ມທະນາຄານANZ
ເພື່ອຄວາມສະດວກຂອງທ່ານ ພວກເຮົາອາດຈະສະແດງ hyperlinks ທີ່ເຊື່ອມຕໍ່ກັບບັນດາເວັບໄຊທ໌ອື່ນໆ ຂອງກຸ່ມທະນາຄານ ANZ. ທ່ານຄວນຮັບຊາບວ່າຜະລິດຕະພັນ ແລະ ການບໍລິການຕ່າງໆທີ່ນຳສະເໜີໃນ ບັນດາເວັບໄຊທ໌ເຫຼົ່ານີ້ ອາດຈະຈຳກັດເລັງໃສ່ສະເພາະບຸກຄົນທີ່ມີຖິ່ນຖານ ຫຼື ອາໃສ່ຢູ່ໃນການປົກຄອງ, ປະເທດ ຫຼື ເຂດທ້ອງຖິ່ນສະເພາະໃດໜຶ່ງ. ເງື່ອນໄຂ ແລະ ຂໍ້ກຳນົດທີ່ໃຊ້ຄຸ້ມຄອງການນຳໃຊ້ແຕ່ລະເວັບ ໄຊທ໌ຂອງກຸ່ມທະນາຄານ ANZ ອາດຈະແຕກຕ່າງກັນ. ເພາະສະນັ້ນ ທ່ານຄວນອ່ານ ແລະ ເຂົ້າໃຈແຈ້ງ ບັນດາເງື່ອນໄຂ ແລະ ຂໍ້ກຳນົດທີ່ບັງຄັບໃຊ້ ກ່ອນທີ່ຈະນຳໃຊ້ເວັບໄຊທ໌ດັ່ງກ່າວ. ເນື້ອໃນຂອງບັນດາເວັບໄຊທ໌ ທີ່ເຊື່ອມຕໍ່ອາດຈະບໍ່ມີເຈດຕະນາສ້າງຂຶ້ນສຳລັບບຸກຄົນທີ່ມີຖິ່ນຖານ ຫຼື ອາໃສ່ຢູ່ໃນເຂດປົກຄອງອື່ນທີ່ຈຳກັດ ຫຼື ຫ້າມການເຜີຍແຜ່ເນື້ອໃນແບບດັ່ງກ່າວ.
ການເຊື່ອມຕໍ່ (Links) ລະຫວ່າງເວັບໄຊພາຍນອກ ແລະ ເວັບໄຊANZ
ບຸກຄົນໃດທີ່ຕ້ອງການເຊື່ອມຕໍ່ເວັບໄຊທ໌ຂອງພາກສ່ວນທີສາມໃດໜຶ່ງກັບເວັບໄຊທ໌ ANZ ຕ້ອງໄດ້ຮັບການອະນຸ ມັດເປັນລາຍລັກອັກສອນຈາກANZ ກ່ອນທີ່ຈະສ້າງ hyperlink ໃນທຸກຮູບແບບ. ການໃຫ້ການອະນຸມັດ ດັ່ງກ່າວແມ່ນຂຶ້ນກັບການຕັດສິນໃຈຂອງ ANZ. ໃນເກືອບທຸກກໍລະນີ, ການອະນຸມັດໃຫ້ສ້າງ hyperlink ແມ່ນຈະມອບໃຫ້ ເມື່ອມີການສະແດງຢ່າງຈະແຈ້ງຊື່ ແລະ/ຫຼື ທີ່ຢູ່ເວັບໄຊທ໌ຂອງພວກເຮົາ. ທຸກໆການເຊື່ອມ ຕໍ່ (links) ຕ້ອງໃຊ້ໄດ້ ແລະ ເຊື່ອມຕໍ່ໂດຍກົງກັບໜ້າຫຼັກ ຫຼື ໜ້າທຳອິດຂອງເວັບໄຊທ໌ ANZ. ຫ້າມເດັດ ຂາດບໍ່ໃຫ້ສ້າງຂໍ້ມູນເທັດ ຫຼື "deep-linking" ໃສ່ໜ້າເວັບເພກສ ຫຼື ເນື້ອໃນຂອງເວັບໄຊທ໌ ANZ. ການ ນຳໃຊ້ ຫຼື ສະແດງທຸກໆໂລໂກ້ ANZ, ຊື່ທາງການຄ້າ ແລະ ເຄື່ອງໝາຍການຄ້າຕ່າງໆເປັນhyperlink ຈະໄດ້ຮັບອະນຸມັດໃນກໍລະນີສຸດພິເສດເທົ່ານັ້ນ ແລະ ອາດຈະຕ້ອງໄດ້ເສຍຄ່າທຳນຽມເຊິ່ງກຳນົດໂດຍການ ຕັດສິນໃຈຂອງ ANZ ເອງ. (ໝາຍເຫດ: ເງື່ອນໄຂ ແລະ ຂໍ້ກຳນົດເພີ່ມເຕີມກ່ຽວກັບເຄື່ອງໝາຍການຄ້າ ແລະ ລິຂະສິດຂອງ ANZ ແມ່ນປະກອບມີໃນວັກຕໍ່ໄປຂອງເອກະສານສະບັບນີ້.)
ANZ ບໍ່ຮັບຜິດຊອບໃດໆຕໍ່ກັບການສ້າງ hyperlink ໃດໆ ທີ່ເຊື່ອມຕໍ່ລະຫວ່າງເວັບໄຊທ໌ຂອງ ພາກສ່ວນທີ ສາມ ແລະ ເວັບໄຊທ໌ໃດໜຶ່ງຂອງ ANZ. ການເຊື່ອມຕໍ່ (Links) ແມ່ນສະໜອງ ໃຫ້ເພື່ອຄວາມສະດວກ ຂອງທ່ານເທົ່ານັ້ນ ແລະ ບໍ່ໝາຍເຖິງການອະນຸມັດ ຮັບຮອງເວັບໄຊທ໌ທີ່ເຊື່ອມຕໍ່, ຜະລິດຕະພັນ ແລະ/ຫຼື ການບໍລິການຕ່າງໆຂອງພາກສ່ວນທີສາມ. ທ່ານເຂົ້າເບິ່ງເວັບໄຊທ໌ເຫຼົ່ານັ້ນ ໂດຍຮັບຜິດຊອບຄວາມສ່ຽງເອົາເອງ. ກຸ່ມທະນາຄານ ANZ ບໍ່ຮັບຜິດຊອບຕໍ່ກັບການສູນເສຍ ຫຼື ຄວາມເສຍຫາຍໃດໆທີ່ເກີດຂຶ້ນ ຫຼື ປະສົບພົບພໍ້ໂດຍທ່ານ ຫຼື ພາກສ່ວນທີສາມໃດໆ ທີ່ເກີດຈາກ ຫຼື ທີ່ພົວພັນກັບການເຊື່ອມຕໍ່(link) ກັບ ເວັບໄຊທ໌ ANZ. ພວກເຮົາມີສິດໃນການລົບລ້າງໃນທຸກເວລາ ການອະນຸມັດທີ່ໄດ້ມອບໃຫ້ຕໍ່ກັບການເຊື່ອມຕໍ່ (link) ຜ່ານເວັບໄຊທ໌ ANZ ໃດໜຶ່ງ, ອາດຈະຜ່ານ plain-text link ຫຼື link ປະເພດອື່ນໆ. ນອກນັ້ນ ANZ ຍັງມີສິດກຳນົດໃຫ້ກຳຈັດ ຫຼື ລົບຖິ້ມການເຊື່ອມຕໍ່(link) ຂອງພາກສ່ວນທີສາມໃດໆ, ຕາມການ ຕັດສິນໃຈຂອງພວກເຮົາ ໃນທຸກເວລາ.
ອີເມວ
ANZ ບໍ່ສາມາດຮັບປະກັນວ່າທຸກໆຂໍ້ຄວາມທີ່ຖືກສົ່ງໃຫ້ທະນາຄານຜ່ານທາງອິນເຕີເນັດແມ່ນປອດໄພສົມ ບູນຮ້ອຍເປີເຊັນ. ທາງທະນາຄານຈະບໍ່ຮັບຜິດຊອບຕໍ່ກັບຄວາມເສຍຫາຍໃດໆທີ່ເກີດຂຶ້ນກັບຜູ້ນຳໃຊ້ສຳ ລັບຂໍ້ຄວາມທີ່ສົ່ງຜ່ານທາງອີເມວຫຼື ໃນແບບອີເລັກໂທຣນິກອື່ນໆໃຫ້ທາງທະນາຄານບໍ່ວ່າຈະດ້ວຍເຫດ ຜົນໃດໆກໍ່ຕາມ. ANZ ຈະບໍ່ຮັບຜິດຊອບ ບໍ່ວ່າໃນຮູບແບບໃດໆກໍ່ຕາມຕໍ່ກັບຄວາມເສຍຫາຍໂດຍກົງ, ທາງອ້ອມ, ພິເສດສະເພາະ ຫຼື ຄວາມເສຍຫາຍທີ່ເປັນຜົນຕາມມາເຊິ່ງເກີດຂຶ້ນຈາກການນຳໃຊ້ເວັບໄຊທ໌ນີ້.
ເວັ້ນເສຍແຕ່ມີການຊີ້ບອກຢ່າງອື່ນ,ການດາວໂຫຼດສອບແວສທີ່ມີຜ່ານlinks ຈາກເວັບໄຊທ໌ ANZ ແມ່ນ ຜະລິດຕະພັນຂອງພາກສ່ວນທີສາມ. ຜະລິດຕະພັນເຫຼົ່ານີ້ອາດຈະຂຶ້ນກັບຂໍ້ຕົກລົງດ້ານໃບອະນຸຍາດ ລະຫວ່າງທ່ານ ແລະ ເຈົ້າຂອງຜະລິດຕະພັນທີ່ກ່ຽວຂ້ອງ. ໃນຂອບເຂດທີ່ກົດໝາຍອະນຸຍາດ, ກຸ່ມທະນາຄານ ANZ ຈະບໍ່ຮັບຜິດຊອບກ່ຽວກັບຜະລິດຕະພັນຂອງພາກສ່ວນທີສາມດັ່ງກ່າວ ແລະ ກຸ່ມທະນາຄານ ANZ ຈະບໍ່ຄ້ຳປະກັນ ແລະ ໃຫ້ການຮັບຮອງກ່ຽວກັບຜະລິດຕະພັນດັ່ງກ່າວ ຫຼື ສ່ວນໃດໆ ທີ່ກ່ຽວຂ້ອງກັບພວກມັນ. ແນວໃດກໍ່ຕາມ, ພວກເຮົາສຸດທີ່ຍິນດີຮັບເອົາຄຳຄິດເຫັນສ່ອງແສງ ຫຼື ຄຳແນະນຳ ຈາກທ່ານ ກ່ຽວກັບຜະລິດຕະພັນເຫຼົ່ານັ້ນ.
ການສົ່ງຂໍ້ມູນ
ໂດຍຄຳນຶງເຖິງຄຸນສົມບັດຂອງອິນເຕີເນັດ, ການສົ່ງຂໍ້ມູນອາດຈະປະສົບກັບການຢຸດຊະງັກ, ໄຟຟ້າຕົກ, ການຊັກຊ້າ ແລະ/ຫຼື ການຜິດພາດໃນການສົ່ງຂໍ້ມູນ. ANZ ຈະບໍ່ຮັບຜິດຊອບຕໍ່ກັບການຜິດພາດ, ການບໍ່ເຮັດວຽກ ຫຼື ການຢຸດຊະງັກອື່ນໆ ໃນການສົ່ງຂໍ້ມູນ ທີ່ເກີດຈາກສິ່ງອຳນວຍຄວາມສະດວກການ ສື່ສານ ທີ່ບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງທະນາຄານ ເຊິ່ງອາດຈະສົ່ງຜົນກະທົບຕໍ່ກັບການບໍ່ທ່ວງທັນເວ ລາ ຫຼື ຄວາມຖືກຕ້ອງຂອງການສົ່ງຂໍ້ມູນ, ຂໍ້ຄວາມ ແລະ ການເຄື່ອນໄຫວຕ່າງໆ.
ກ່ຽວກັບການດາວໂຫຼດຂໍ້ມູນ, ຮູບພາບ, ໂປຣແກຣມ ຫຼື ເນື້ອໃນອື່ນໆ, ANZ ບໍ່ສາມາດຮັບປະກັນວ່າ:
ທ່ານຈະຕ້ອງຮັບຜິດຊອບເອົາເອງໃນການຮັບປະກັນວ່າທ່ານໄດ້ຮັບການປົກປ້ອງຢ່າງພຽງພໍ ໂດຍການຕິດ ຕັ້ງໂປຣແກຣມປ້ອງກັນ, ການສຳຮອງຂໍ້ມູນ ແລະ/ຫຼື ການຕິດຕັ້ງອຸປະກອນອື່ນໆຢ່າງເໝາະສົມ. ທ່ານຕ້ອງ ດຳເນີນການເຝົ້າລະວັງຢ່າງສົມເຫດສົມຜົນ ແລະ ເໝາະສົມ ໃນການກວດຫາໄວຣັດຄອມພິວເຕີ ຫຼື ສິ່ງທີ່ ກໍ່ໃຫ້ເກີດການເສຍຫາຍອື່ນໆ. ພວກເຮົາບໍ່ສາມາດນຳສະແດງ ຫຼື ຄ້ຳປະກັນໃດໆກ່ຽວກັບຄວາມຖືກຕ້ອງ ແມ້ນຢ້ຳ, ຄຸນນະພາບ ຫຼື ຜົນການເຮັດວຽກຂອງໂປຣແກຣມສອບແວສຂອງພາກສ່ວນທີສາມທີ່ອາດຈະຖືກ ນຳໃຊ້ ທີ່ພົວພັນກັບເວັບໄຊທ໌ ANZ ໃດໜຶ່ງ.
ຂໍ້ມູນ ແລະ ການສະໜອງຜະລິດຕະພັນຂອງກຸ່ມທະນາຄານ ANZ
ຂໍ້ມູນເອກະສານໃນເວັບໄຊທ໌ນີ້ອາດຈະປະກອບມີຂໍ້ມູນທົ່ວໄປ ກ່ຽວກັບຜະລິດຕະພັນ ແລະ ການບໍລິການ ຂອງກຸ່ມທະນາຄານ ANZ. ເວັ້ນເສຍແຕ່ມີການລະບຸເປັນຢ່າງອື່ນຢ່າງຈະແຈ້ງ, ຂໍ້ມູນເຫຼົ່ານີ້:
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຜະລິດຕະພັນ ຫຼື ການບໍລິການສະເພາະໃດໜຶ່ງກະລຸນາ ເຮັດສຳເລັດແບບ ຟອມອິເລັກໂທຣນິກ ຢູ່ໃນໜ້າຕ່າງຜະລິດຕະພັນ ຫຼື ການບໍລິການນັ້ນ. ຂໍ້ມູນເອກະສານຢູ່ໃນເວັບໄຊທ໌ນີ້ ບໍ່ໄດ້ນຳໃຊ້ກັບຜະລິດຕະພັນຜ່ານANZ ໂດຍກົງ.
ທຸກໆຄຳຮ້ອງສະໝັກຂໍສິນເຊື່ອແມ່ນຖືກປະຕິບັດພາຍໃຕ້ມາດຖານການອະນຸມັດສິນເຊື່ອແບບປົກກະຕິຂອງກຸ່ມທະນາຄານ ANZ.
ເວັ້ນເສຍແຕ່ມີການຕົກລົງເຫັນດີຈະແຈ້ງເປັນຢ່າງອື່ນ:
ຜະລິດຕະພັນ ແລະ ການບໍລິການທີ່ໄດ້ກ່າວເຖິງໃນໝວດຕ່າງໆຂອງເວັບໄຊທ໌ ANZ ເຊິ່ງໝາຍ ເຖິງການດຳເນີນງານຕ່າງໆທີ່ບໍ່ແມ່ນອົດສະຕາລີຂອງສະມາຊິກກຸ່ມທະນາຄານ ANZ ຫຼື ທີ່ໄດ້ ກ່າວເຖິງໃນບັນດາເວັບໄຊທ໌ຕ່າງໆທີ່ຄຸ້ມຄອງເປີດໃຊ້ໂດຍສະມາຊິກກຸ່ມທະນາຄານ ANZ ໃດໜຶ່ງທີ່ ຢູ່ນອກປະເທດອົດສະຕາລີ ແລະ ເຊື່ອມຕໍ່ກັບເວັບໄຊທ໌ ANZ ("ໝວດສາກົນ") ຈະຖືກສະໜອງ ໃຫ້ພຽງແຕ່ຜູ້ຢູ່ອາໃສຂອງເຂດປົກຄອງ ທີ່ໝວດສາກົນສະເພາະໃດໜຶ່ງນຳໃຊ້ກັບ ເທົ່ານັ້ນ, ແລະ ໃນຂອບເຂດທີ່ຜະລິດຕະພັນ ແລະ ການບໍລິການເຫຼົ່ານັ້ນສອດຄ່ອງກັບກົດໝາຍຂອງເຂດປົກຄອງ ດັ່ງກ່າວ ເທົ່ານັ້ນ.
ໃນຄະນະທີ່ພວກເຮົາໄດ້ພະຍາຍາມທຸກວິທີທາງ ເພື່ອຮັບປະກັນໃຫ້ຂໍ້ມູນປາສະຈາກຂໍ້ຜິດພາດຕ່າງໆ, ກຸ່ມທະນາຄານ ANZ ບໍ່ຮັບປະກັນຄວາມຖືກຕ້ອງແມ້ນຢ້ຳ, ຄວາມຄົບຖ້ວນພຽງພໍ ຫຼື ຄວາມສົມບູນຂອງ ຂໍ້ມູນເອກະສານໃນເວັບໄຊທ໌ນີ້. ທຸກໆຂໍ້ມູນອາດຈະມີການປ່ຽນແປງໂດຍບໍ່ມີການແຈ້ງບອກລ່ວງໜ້າ. ANZ ຂໍແນະນຳໃຫ້ທ່ານຊອກຫາຄຳແນະນຳເອກະລາດ ກ່ອນທີ່ຈະດຳເນີນການໂດຍອີງໃສ່ຂໍ້ມູນເອກະສານໃນ ເວັບໄຊທ໌ນີ້ ຫຼື ຂໍ້ມູນເອກະສານຂອງພາກສວ່ນທີສາມ. ກຸ່ມທະນາຄານ ANZ ບໍ່ຮັບປະກັນວ່າເວັບໄຊທ໌ ANZ ຫຼື ບັນດາເວັບໄຊທ໌ພາກສ່ວນທີສາມຈະປາສະຈາກໄວຣັດຕ່າງໆ, ຫຼື ການເຂົ້າເບິ່ງເວັບໄຊທ໌ ANZ ຫຼື ບັນດາ ເວັບໄຊທ໌ຂອງພາກສ່ວນທີສາມ ຈະບໍ່ຖືກຢຸດຊະງັກ.
ພາຍໃຕ້ຄວາມຮັບຜິດຊອບທີ່ກົດໝາຍກຳນົດ ແລະ ເຊິ່ງບໍ່ສາມາດລະເວັ້ນໄດ້, ບໍ່ມີສະມາຊິກຂອງກຸ່ມທະນາ ຄານ ANZ ໃດໆຈະຮັບຜິດຊອບຕໍ່ກັບທ່ານ ສຳລັບການສູນເສຍ, ຄວາມເສຍຫາຍ, ການໃຊ້ຈ່າຍ, ການ ຮຽກຮ້ອງຄ່າຊົດເຊີຍ ແລະ ລາຍຈ່າຍຕ່າງໆ (ລວມທັງ ແຕ່ບໍ່ຈຳກັດ ຄ່າໃຊ້ຈ່າຍດ້ານກົດໝາຍ ແລະ ຄ່າໃຊ້ຈ່າຍການສູ້ຄະດີ ຫຼື ການແກ້ໄຂຂໍ້ຂັດແຍ້ງຕ່າງໆ) ທຸກສິ່ງຢ່າງທີ່ເກີດຈາກ ຫຼື ອ້າງອີງເຖິງຂໍ້ມູນເອກະ ສານທີ່ມີຢູ່ໃນເວັບໄຊທ໌ ANZ ຫຼື ຂໍ້ມູນເອກະສານຂອງພາກສ່ວນທີສາມ, ບໍ່ວ່າຈະຢູ່ໃນສັນຍາ, ການກໍ່ຄວາມເສຍຫາຍແກ່ບຸກຄົນ ລວມທັງການລະເລີຍ, ການທຳຜິດກົດລະບຽບ ຫຼື ອື່ນໆ.
ຄວາມຮັບຜິດຊອບຂອງສະມາຊິກກຸ່ມທະນາຄານ ANZ ສຳລັບການລະເມີດເງື່ອນໄຂກຳນົດ ຫຼື ການຄ້ຳ ປະກັນທີ່ກົດໝາຍກຳນົດ ຫຼື ອື່ນໆ, ແລະ ເຊິ່ງບໍ່ສາມາດລະເວັ້ນໄດ້, ແມ່ນຈຳກັດຢູ່ໃນຂອບເຂດທີ່ສາມາດ ເປັນໄປໄດ້, ຕາມທາງເລືອກຂອງ ANZ, ໃນ:
ການຊຳລະຄ່າໃຊ້ຈ່າຍຂອງການໃຫ້ສະໜອງອີກຄັ້ງ ຫຼື ປັບປຸງສ້ອມແປງ ສິນຄ້າ ຫຼື ການບໍລິການ.
ເງື່ອນໄຂການນຳໃຊ້ເຫຼົ່ານີ້ (ແລະ ການຕົກລົງເຫັນດີທີ່ເກີດຈາກການນຳໃຊ້ຂໍ້ມູນ, ຮູບພາບ ແລະ ຂໍ້ມູນເອກະສານ ໃນເວັບໄຊທ໌ ANZ) ແລະ ການເຂົ້າເບິ່ງເວັບໄຊທ໌ANZ ຂອງທ່ານ ອາດຈະຖືກໃຫ້ຢຸດເຊົາ ໃນທຸກເວລາໂດຍ ANZ ໂດຍບໍ່ມີການແຈ້ງບອກລ່ວງໜ້າ. ທຸກໆຂໍ້ຈຳກັດ, ການອະນຸຍາດທີ່ທ່ານມອບໃຫ້ ແລະ ທຸກຄຳຖະແຫ່ຼງປະຕິເສດແລະ ຂອບເຂດຂອງຄວາມຮັບຜິດຊອບຂອງກຸ່ມສະມາຊິກ ANZ ຈະເຮັດ ໃຫ້ການຍືດການສິ້ນສຸດການນຳໃຊ້ອອກໄປອີກ, ແນວໃດກໍ່ຕາມ, ທ່ານຈະບໍ່ໄດ້ອະນຸຍາດໃຫ້ເຂົ້າເບິ່ງ ເວັບໄຊທ໌ ANZ ອີກຕໍ່ໄປ.
ເວັ້ນເສຍແຕ່ມີການຕົກລົງເຫັນດີ ເປັນຢ່າງອື່ນ:
ແຕ່ລະໝວດສາກົນແມ່ນສະໜອງໃຫ້ເພື່ອການນຳໃຊ້ ໂດຍຜູ້ຢູ່ອາໃສຂອງເຂດອຳນາດປົກຄອງທີ່ໝວດສາກົນນັ້ນນຳໃຊ້ກັບ. ກົດໝາຍທີ່ໃຊ້ກັບການນຳໃຊ້ແຕ່ລະໝວດສາກົນ ແລະ ໃຊ້ກັບຂໍ້ຂັດແຍ່ງທີ່ເກີດຈາກໝວດສາກົນ ແມ່ນກົດໝາຍຂອງເຂດອຳນາດປົກຄອງນັ້ນ.
ລິຂະສິດ ແລະ ເຄື່ອງໝາຍການຄ້າ
ລິຂະສິດໃນຂໍ້ມູນເອກະສານທີ່ມີຢູ່ໃນເວັບໄຊທ໌ນີ້ແມ່ນເປັນເຈົ້າຂອງໂດຍ ຫຼື ຂຶ້ນທະບຽນລິຂະສິດໂດຍ ກຸ່ມທະນາຄານ ANZ, ຫຼື ພາກສ່ວນທີສາມອື່ນໆ, ໃນບ່ອນທີ່ນຳໃຊ້ກັບຂໍ້ມູນແຕ່ລະສ່ວນ.
ຍົກເວັ້ນໃນບ່ອນທີ່ຈຳເປັນສຳລັບການກວດເບິ່ງຂໍ້ມູນເອກະສານໃນເວັບໄຊທ໌ນີ້ ຢູ່ໃນ browser ຂອງທ່ານ, ຫຼື ຕາມການອະນຸຍາດພາຍໃຕ້ກົດໝາຍວ່າດ້ວຍລິຂະສິດ ປີ 1968 (Cth) ຫຼື ກົດໝາຍອື່ນໆທີ່ໃຊ້ໄດ້ ຫຼື ເງື່ອນໄຂການນຳໃຊ້ເຫຼົ່ານີ້, ບໍ່ມີຂໍ້ມູນເອກະສານໃດໆໃນເວັບໄຊທ໌ນີ້ອາດຈະຖືກສ້າງຂຶ້ນຄືນໃໝ່, ປັບປ່ຽນ, ອັບໂຫຼດຫາພາກສ່ວນທີສາມ, ເຊື່ອມຕໍ່ໃສ່ກັບ, ສ້າງກອບໂຄງ, ເປີດເຜີຍຕໍ່ສາທາລະນະ, ແຈກຈ່າຍ ຫຼື ສົ່ງຜ່ານ ບໍ່ວ່າຈະຢູ່ໃນຮູບແບບໃດໆດ້ວຍຂະບວນການໃດໆກໍ່ຕາມ ໂດຍບໍ່ໄດ້ຮັບການເຫັນດີສະເພາະເປັນ ລາຍລັກອັກສອນຈາກ ANZ.
ເຄື່ອງໝາຍ "ANZ", ແລະ ເຄື່ອງໝາຍການຄ້າທີ່ກ່ຽວຂ້ອງ, ແມ່ນເຄື່ອງໝາຍການຄ້າຂອງກຸ່ມທະນາຄານ ອົດສະຕາລີ ແລະ ນີວຊີແລນຈຳກັດ.
ກະລຸນາ ຕິດຕໍ່ຫາ ANZ ຖ້າທ່ານຕ້ອງການສ້າງການເຊື່ອມຕໍ່ (link) ກັບສ່ວນໃດໜຶ່ງຂອງເວັບໄຊທ໌ ANZ.
ການຍອມຮັບ ແລະ ການປ່ຽນແປງຕໍ່ກັບເງື່ອນໄຂການນຳໃຊ້
ທ່ານຮັບຮູ້ ແລະ ຍອມຮັບວ່າການນຳໃຊ້ເວັບໄຊທ໌ ANZ ຂອງທ່ານໝາຍເຖິງວ່າທ່ານຍອມຮັບປະຕິ ບັດຕາມ ເງື່ອນໄຂການນຳໃຊ້ເຫຼົ່ານີ້ ແລະ ຖະແຫ່ຼງການດ້ານຄວາມເປັນສ່ວນຕົວ ແລະ ຄວາມປອດໄພ.
ສິ່ງເຫຼົ່ານີ້ແມ່ນເງື່ອນໄຂການນຳໃຊ້ເວັບໄຊທ໌ທີ່ບັງຄັບໃຊ້ໃນປະຈຸບັນ. ພວກມັນປ່ຽນແທນເງື່ອນ ໄຂການນຳໃຊ້ ອື່ນໆ ສຳລັບເວັບໄຊທ໌ ANZ ທີ່ໄດ້ປະກາດເຜີຍແຜ່ໃນເວັບໄຊທ໌ ANZ ທີ່ຜ່ານມາ. ໃນທຸກເວລາ ANZ ອາດ ຈະປ່ຽນແປງບັນດາເງື່ອນໄຂການນຳໃຊ້ ໂດຍການປະກາດເຜີຍແຜ່ເງື່ອນໄຂການນຳໃຊ້ສະບັນປັບປຸງປ່ຽນ ແປງ ຢູ່ເທິງເວັບໄຊທ໌ ANZ. ທ່ານຍອມຮັບວ່າ ໂດຍການປະກາດເຜີຍແຜ່ແບບນີ້, ທາງ ANZ ໄດ້ສະໜອງ ໃຫ້ທ່ານແຈ້ງການກ່ຽວກັບການປ່ຽນແປງຢ່າງຄົບຖ້ວນ.
ANZ ສະຫງວນໄວ້ເຊິ່ງສິດທິໃດໆທີ່ບໍ່ໄດ້ມອບໃຫ້ຢ່າງຈະແຈ້ງໃນເງື່ອນໄຂການນຳໃຊ້ເຫຼົ່ານີ້. ວັນທີປະກາດເຜີຍແຜ່ - 18 ກໍລະກົດ 2008 - ສະບັບທີ 5