ກ່ຽວກັບຖະແຫຼ່ງງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ
ຄວາມປອດໄພຂອງຂໍ້ມູນ
ການຄ້ຳປະກັນຄວາມປອດໄພ
ຂໍ້ມູນທີ່ເກັບກຳໄດ້
ການເກັບກຳທີ່ຢູ່IP
ການໂຄສະນາ ແລະ ການຕິດຕາມ
Cookies
ວີທີຮັບມືກັບອີເມວ
ການນຳໃຊ້ ແລະ ການເປີດເຜີຍຂໍ້ມູນ
ການຍອມຮັບ ແລະການປ່ຽນແປງຕໍ່ກັບຖະແຫຼ່ງການດ້ານຄວາມປອດໄພແລະຄວາມເປັນສ່ວນຕົວ
ກ່ຽວກັບຖະແຫຼ່ງງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ
ຖະແຫຼ່ງງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວນີ້ນຳໃຊ້ກັບເວັບໄຊທ໌ນີ້ ເຊິ່ງແມ່ນເວັບໄຊທ໌ທີ່ຄຸ້ມຄອງໂດຍກຸ່ມທະນາຄານອົດສະຕາລີ ແລະ ນິວຊີແລນຈຳກັດ (ABN 11 005 357 522) ("ANZ") ພາຍໃຕ້ຊື່ທີ່ຢູ່ "www.anz.com" ("ເວັບໄຊທ໌ຂອງທະນາຄານ ANZ"). ເວັບໄຊທ໌ ANZ ຖືກເປີດໃຊ້ໃນນາມກຸ່ມທະນາຄານ ANZ ແລະ ໜ່ວຍງານຕ່າງໆພາຍໃຕ້ກຸ່ມທະນາຄານນີ້ (ທັງໝົດລວມກັນເອີ້ນວ່າ "ກຸ່ມທະນາຄານອົດສະຕາລີ ແລະ ນີວຊີແລນ"). ຂໍ້ມູນທີ່ອະທິບາຍໃນຖະແຫ່ຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວອາດຈະເປີດເຜີຍແລກປ່ຽນກັນລະຫວ່າງບັນດາສະມາຊິກຂອງກຸ່ມທະນາຄານອົດສະຕາລີ ແລະ ນີວຊີແລນ.
ຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວນີ້ອາດຈະຍັງໃຊ້ກັບບັນດາການບໍລິການທີ່ທະນາຄານ ANZ ສະໜອງໃຫ້ຢູ່ເທິງເວັບໄຊທ໌ຕ່າງໆທີ່ພາກສ່ວນທີສາມເປັນເຈົ້າຂອງ. ຖ້າເປັນເຊັ່ນນັ້ນ, ຂໍ້ມູນອ້າງອີງຢ່າງຈະແຈ້ງກ່ຽວກັບຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວນີ້ຈະມີໃນເວັບໄຊທ໌ເຫຼົ່ານັ້ນ.
ກຸ່ມທະນາຄານ ANZ ເຂົ້າໃຈ ແລະ ເລັງເຫັນວ່າ ໃນຖານະເປັນຜູ້ເຂົ້າເບິ່ງເວັບໄຊທ໌ຂອງ ANZ, ທ່ານມີຄວາມກັງວົນກ່ຽວກັບຄວາມເປັນສ່ວນຕົວຂອງທ່ານ ແລະ ກ່ຽວກັບຄວາມລັບ ແລະ ຄວາມປອດໄພຂອງຂໍ້ມູນທີ່ພວກເຮົາອາດຈະໄດ້ຮັບກ່ຽວກັບຕົວທ່ານທາງອອນລາຍ. ANZ ມຸ້ງໝັ້ນສັນ ຍາວ່າຈະປົກປ້ອງຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ. ຖະແຫ່ຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງກຸ່ມທະນາຄານANZ ອະທິບາຍກ່ຽວກັບວ່າຂໍ້ມູນສ່ວນຕົວຂອງທ່ານຈະຖືກປະຕິບັດກັນແນວໃດ ເມື່ອທ່ານເຂົ້າເບິ່ງ ແລະ ນຳໃຊ້ເວັບໄຊທ໌ ANZ.
ເພາະວ່າເວັບໄຊທ໌ ANZ ກຳລັງພັດທະນາຂຶ້ນ ແລະ ເພາະວ່າເທັກໂນໂລຢີກຳລັງວີວັດພັດທະນາຂຶ້ນເລື້ອຍໆ, ກຸ່ມທະນາຄານ ANZ ຈະສືບຕໍ່ພະຍາຍາມໃຫ້ການບໍລິການທີ່ດີກວ່າ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ຫຼາຍກວ່າ ແລະ ເຮັດໃຫ້ເວັບໄຊທ໌ນີ້ມີປະສິດຜົນຍິ່ງໆຂຶ້ນ. ANZ ສົ່ງເສີມໃຫ້ທ່ານກວດເບິ່ງຄືນຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວເປັນໄລຍະໆໄປ ເພາະວ່າຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວອາດຈະມີການປ່ຽນແປງໃນບາງຄັ້ງຄາວ.
ນະໂຍບາຍກ່ຽວກັບຄວາມເປັນສ່ວນຕົວຂອງ ANZ ອະທິບາຍກ່ຽວກັບວ່າANZ ໂດຍທົ່ວໄປປົກປ້ອງຂໍ້ມູນຄວາມເປັນສ່ວນຕົວ ແລະ ຄວາມລັບຂອງທ່ານແນວໃດ. ບັນດາຫຼັກການທີ່ກຳນົດໃນນະໂຍບາຍດ້ານຄວາມເປັນສ່ວນຕົວຂອງ ANZ ຍັງນຳໃຊ້ກັບບັນດາເວັບໄຊທ໌ຕ່າງໆຂອງ ANZ.
ນອກຈາກບັນດາຂໍ້ກຳນົດໃນຖະແຫ່ຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ, ອາດຈະມີຂໍ້ກຳນົດດ້ານຄວາມເປັນສ່ວນສະເພາະ ແລະ ເພີ່ມເຕີມອີກ ເຊິ່ງໃຊ້ກັບສ່ວນໃດໜຶ່ງສະເພາະຂອງເວັບໄຊທ໌ ANZ. ເພາະວ່າຂໍ້ກຳນົດສະເພາະ ແລະ ເພີ່ມເຕີມເຫຼົ່ານັ້ນຍັງກ່ຽວຂ້ອງກັບການປົກປ້ອງຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ, ທ່ານຄວນກວດເບິ່ງຂໍ້ກຳນົດດັ່ງກ່າວໃນທຸກບ່ອນທີ່ທ່ານສາມາດເຂົ້າເບິ່ງໄດ້ຢູ່ເທິງເວັບໄຊທ໌ ANZ. ຖ້າກໍລະນີມີການບໍ່ສອດຄ່ອງກັນລະຫວ່າງຂໍ້ກຳນົດຕ່າງໆໃນຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວນີ້ ແລະ ຂໍ້ກຳນົດສະເພາະ ແລະ ເພີ່ມເຕີມອື່ນໆເຫຼົ່ານັ້ນ, ແມ່ນໃຫ້ເອົາຂໍ້ກຳນົດສະເພາະ ແລະ ເພີ່ມເຕີມເປັນຫຼັກ.
ANZ ຈະດຳເນີນບາດກ້າວຢ່າງເໝາະສົມເພື່ອຮັກສາຄວາມປອດໄພຂອງຂໍ້ມູນ cookie ແລະ ຂໍ້ມູນສ່ວນຕົວອີງຕາມລະບຽບການນຳໃຊ້ເວັບໄຊ ANZ ແລະ ຖະແຫຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ. ຖ້າ browser ຂອງທ່ານຖືກຕັ້ງຄ່າຢ່າງເໝາະສົມ, ມັນຈະແນະນຳທ່ານວ່າຂໍ້ມູນທີ່ທ່ານກຳລັງສົ່ງໃຫ້ພວກເຮົາແມ່ນຈະປອດໄພ (ໃສ່ລະຫັດລັບ) ຫຼື ບໍ່ປອດໄພ (ບໍ່ໄດ້ໃສ່ລະຫັດລັບ). ຖ້າມີການບອກການສົ່ງຂໍ້ມູນຢ່າງປອດໄພ, ປະຈຸບັນ ANZ ນຳໃຊ້ລະບົບໃສ່ລະຫັດຂໍ້ມູນ 128 bit SSL.
ANZ ກວດກາເບິ່ງການພັດທະນາໃນເທັກໂນໂລຢີດ້ານຄວາມປອດໄພ ແລະ ການໃສ່ລະຫັດລັບ. ແຕ່ໜ້າເສຍດາຍ, ບໍ່ມີການສົ່ງຂໍ້ມູນໃດໆຜ່ານອິນເຕີເນັດທີ່ສາມາດຮັບປະກັນໄດ້ວ່າປອດໄພທັງໝົດຮ້ອຍເປີເຊັນ. ເພາະສະນັ້ນ, ເຖິງແມ່ນວ່າ ANZ ຈະພະຍາຍາມປົກປ້ອງຂໍ້ມູນດັ່ງກ່າວ, ANZ ບໍ່ສາມາດຮັບປະກັນ ຫຼື ຮັບຮອງຄວາມປອດໄພຂອງທຸກໆຂໍ້ມູນທີ່ທ່ານສົ່ງໃຫ້ພວກເຮົາ ຫຼື ຈາກຜະລິດຕະພັນ ຫຼື ການບໍລິການອອນລາຍຂອງພວກເຮົາ ແລະ ທ່ານດຳເນີນການດັ່ງກ່າວໂດຍຮັບຜິດຊອບຄວາມສ່ຽງເອົາເອງ. ເມື່ອພວກເຮົາໄດ້ຮັບການສົ່ງຂໍ້ມູນຂອງທ່ານ, ພວກເຮົາຈະດຳເນີນບາດກ້າວທີ່ເໝາະສົມເພື່ອຮັກສາຄວາມປອດໄພຂອງຂໍ້ມູນໃນລະບົບຂອງພວກເຮົາ.
ຊື່ຜູ້ໃຊ້ ແລະ ລະຫັດຜ່ານສຳລັບທະນາຄານທາງອິນເຕີເນັດ (Internet Banking) ຂອງທ່ານຈະຕ້ອງຮັກສາໄວ້ໃຫ້ປອດໄພ ແລະ ເປັນຄວາມລັບຢູ່ຕະຫຼອດເວລາ. ບໍ່ໃຫ້ແລກປ່ຽນເປີດເຜີຍຂໍ້ມູນຄວາມລັບຂອງຕົນເອງໃນທຸກເວລາກັບບຸກຄົນໃດໆກໍ່ຕາມ. ພວກເຮົາບໍ່ແນະນຳໃຫ້ຮັກສາຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໂດຍຈົດບັກທຶກເປັນລາຍລັກອັກສອນໄວ້. ແນວໃດກໍ່ຕາມ ຖ້າທ່ານເລືອກທີ່ຈະຈົດບັນທຶກໄວ້ ທ່ານຕ້ອງຮັບປະກັນວ່າຂໍ້ມູນບັນທຶກດັ່ງກ່າວຈະຕ້ອງຮັກສາໄວ້ເປັນຄວາມລັບ, ໄວ້ໃນບ່ອນທີ່ປອດໄພ. ANZ ຈະບໍ່ມີວັນຖາມເອົາລະຫັດຜ່ານສຳລັບ Internet Banking ຂອງທ່ານ – ມີພຽງແຕ່ຄົນດຽວເທົ່ານັ້ນທີ່ຄວນຮູ້ຂໍ້ມູນນີ້. ໃຫ້ເອົາໃຈໃສ່ໃນເວລາເລືອກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານ. ຫຼີກລຽງການນຳໃຊ້ຂໍ້ມູນທີ່ສາມາດກຳນົດໄດ້ ເຊັ່ນວ່າທັງໝົດ ຫຼື ສ່ວນໜຶ່ງຂອງຊື່, ທີ່ຢູ່, ເລກໂທລະສັບ ຫຼື ວັນເດືອນປີເກີດຂອງທ່ານ. ທ່ານຕ້ອງລາຍງານໃຫ້ ANZ ຮູ້ທັນທີ ຖ້າທ່ານເຊື່ອວ່າ, ຫຼື ມີເຫດຜົນທີ່ເຮັດໃຫ້ເຊື່ອວ່າຊື່ຜູ້ໃຊ້ ແລະ/ຫຼື ລະຫັດຜ່ານຂອງທ່ານຖືກເປີດເຜີຍຕໍ່ກັບບຸກຄົນທີສາມ, ຖືກສູນເສຍ ຫຼື ຖືກລັກ ແລະ ເຊື່ອວ່າການໂອນເງິນທີ່ບໍ່ໄດ້ຮັບອະນຸຍາດອາດຈະຖືກດຳເນີນ ຕາມມາ.
ຂໍ້ມູນທີ່ ANZ ເກັບກຳໄວ້ກ່ຽວກັບຕົວທ່ານແມ່ນຂຶ້ນກັບວ່າທ່ານໄດ້ນຳໃຊ້ການບໍລິການທີ່ສະໜອງໃຫ້ໂດຍເວັບໄຊທ໌ ANZ ແນວໃດ.
ຖ້າທ່ານເຂົ້າເບິ່ງໂຂງເຂດທີ່ບໍ່ຕ້ອງການຄວາມປອດໄພຂອງເວັບໄຊທ໌ ANZ (ເຊັ່ນວ່າ ສ່ວນທີ່ທ່ານບໍ່ຖືກກຳນົດໃຫ້ໃສ່ຊື່ ແລະ ລະຫັດເຂົ້າ ເຂົ້າໃຊ້) ເພື່ອອ່ານ, ກວດເບິ່ງ ຫຼື ດາວໂຫຼດຂໍ້ມູນ, ລະບົບຂອງພວກເຮົາຈະບັນທຶກວັນທີ ແລະ ເວລາທີ່ທ່ານເຂົ້າເບິ່ງເວັບໄຊທ໌ຂອງພວກເຮົາ, ໜ້າທີ່ເຂົ້າເບິ່ງ ແລະ ຂໍ້ມູນຕ່າງໆທີ່ຖືກດາວໂຫຼດ. ແນວໃດກໍ່ຕາມ, ລະບົບຂອງພວກເຮົາຈະບໍ່ບັນທຶກຂໍ້ມູນທີ່ກຳນົດຖານະຕົນຕົວຜູ້ເຂົ້າເບິ່ງ.
ເວັບໄຊທ໌ ANZ ໃຫ້ສິ່ງອຳນວຍບໍລິການຈຳນວນໜຶ່ງທີ່ສົ່ງຜ່ານຂໍ້ມູນໄປກັບ ເຊິ່ງລວມມີເຄື່ອງມືເຊັ່ນວ່າ ຕົວວາງແຜນງົບປະມານ ແລະ ເຄື່ອງຄິດໄລ່ເງິນກູ້ຊື້ເຮືອນ, ເຊັ່ນກັນກັບແບບຟອມສຳຫຼວດ ແລະ ຄຳຮ້ອງສະໝັກຜ່ານທາງອອນລາຍ.
ຖ້າທ່ານໃຊ້ເຄື່ອງໃດໜຶ່ງດັ່ງກ່າວເຊັ່ນວ່າຕົວວາງແຜນງົບປະມານ ຫຼື ເຄື່ອງຄິດໄລ່ເງິນກູ້ຊື້ເຮືອນ ໂດຍທົ່ວໄປ ພວກເຮົາບໍ່ບັນທຶກຂໍ້ມູນສ່ວນຕົວໃດໆທີ່ທ່ານອາດຈະຂຽນລົງເມື່ອນຳໃຊ້ເຄື່ອງມືເຫຼົ່ານີ້. ຂໍ້ຍົກເວັ້ນຕໍ່ກັບສິ່ງນີ້ ແມ່ນເມື່ອເຄື່ອງມືໃດໜຶ່ງເຊັ່ນວ່າຕົວວາງແຜນງົບປະມານອະນຸຍາດໃຫ້ທ່ານໂຈະ ຫຼື ເຊັບບັນທຶກແຜນການຂອງທ່ານໄວ້ຊົ່ວຄາວ ແລະ ໃຫ້ທ່ານກັບເຂົ້າມາປັບປຸງລາຍລະ ອຽດ ໃນເວລາຕໍ່ມາ. ໃນກໍລະນີດັ່ງກ່າວ ຂໍ້ມູນຈະຖືກບັນທຶກໄວ້ໃນລະບົບຂອງພວກເຮົາ ເພື່ອວ່າທ່ານຈະສາມາດເປີດຂໍ້ມູນຄືນ ໃນເວລາທີ່ທ່ານສືບຕໍ່ເຮັດແຜນຂອງທ່ານ. ທຸກໆຂໍ້ມູນທີ່ຖືກເກັບໄວ້ໃນເຄື່ອງມືວາງແຜນງົບປະມານທີ່ຖືກໂຈະໄວ້ ຫຼື ເຊັບໄວ້ ຫຼື ເຄື່ອງມືອື່ນໆຄ້າຍຄືກັນ ຈະບໍ່ຖືກເບິ່ງ ໂດຍ ANZ.
ຖ້າທ່ານຕັດສິນໃຈເຮັດສຳເລັດແບບຟອມສະໝັກທາງອອນລາຍ ຫຼື ການສຳຫຼວດທາງອອນລາຍ, ຂໍ້ມູນທີ່ທ່ານຂຽນລົງໃນແບບຟອມ ຫຼື ການສຳຫຼວດທາງອອນລາຍຈະຖືກເກັບກຳໄວ້ໂດຍ ANZ ຖ້າວ່າທ່ານສົ່ງຄຳຮ້ອງສະໝັກ ຫຼື ການສຳຫຼວດອອນລາຍຂອງທ່ານ ເທົ່ານັ້ນ. ຖ້າຢູ່ໃນຂັ້ນຕອນໃດໆກໍ່ຕາມ ທ່ານຍົກເລີກການຂຽນຄຳຮ້ອງ ຫຼື ອອກຈາກໂປຣແກຣມ ກ່ອນທີ່ຈະສົ່ງຄຳຮ້ອງ ຫຼື ການສຳຫຼວດຂອງທ່ານ, ຂໍ້ມູນທີ່ທ່ານໄດ້ຕື່ມລົງມາຮອດຈຸດນັ້ນຈະຖືກລົບຖິ້ມ ໂດຍອັດຕະໂນມັດ. ທ່ານສາມາດໂຈະໄວ້ກ່ອນ ແລະ ເຊັບຄຳຮ້ອງອອນລາຍໄວ້. ຖ້າທ່ານໂຈະ ຫຼື ເຊັບຄຳຮ້ອງຂອງທ່ານໄວ້ກ່ອນ, ຕົວຢ່າງ ເພາະວ່າທ່ານຕ້ອງການເຮັດສຳເລັດມັນໃນຊ່ວງເວລາອື່ນ, ຂໍ້ມູນທີ່ທ່ານໄດ້ຂຽນຕື່ມລົງຈະຖືກຮັກສາໄວ້ໃນລະບົບຂອງພວກເຮົາ ເພື່ອວ່າທ່ານຈະສາມາດກູ້ຄືນຂໍ້ມູນດັ່ງກ່າວ ເມື່ອທ່ານກັບມາສືບຕໍ່ເຮັດຄຳຮ້ອງສະໝັກຂອງທ່ານ. ທ່ານພຽງແຕ່ສາມາດເປີດກູ້ຄືນຂໍ້ມູນເຫຼົ່ານີ້ ໄດ້ພາຍໃນ 30 ວັນເທົ່ານັ້ນ. ຖ້າຄັ້ງນີ້, ຂໍ້ມູນດັ່ງກ່າວຖືກລົບ, ຄຳຮ້ອງສະໝັກອອນລາຍທີ່ຖືກໂຈະ ຫຼື ເຊັບໄວ້ ຈະບໍ່ຖືກເບິ່ງໂດຍພວກເຮົາ ແລະ ພວກເຮົາຈະບໍ່ຈັດການກັບຄຳຮ້ອງດັ່ງກ່າວ.
ນອກນັ້ນ ເວັບໄຊທ໌ ANZ ຍັງປະກອບມີຕົວເຊື່ອມຕໍ່ (links) ກັບບັນດາເວັບໄຊທ໌ຂອງຜູ້ສະໜອງສິນຄ້າ ແລະ ການບໍລິການພາກສ່ວນທີສາມ("ເວັບໄຊພາກສ່ວນທີສາມ"). ຖ້າທ່ານໄດ້ເຂົ້າເບິ່ງເວັບໄຊທ໌ຂອງພາກສ່ວນທີສາມ ຜ່ານເວັບໄຊທ໌ຂອງ ANZ ແລະ ຖ້າພາກສ່ວນທີສາມເຫຼົ່ານັ້ນເກັບກຳເອົາຂໍ້ມູນກ່ຽວກັບທ່ານ, ANZ ອາດຈະເກັບກຳ ຫຼື ເຂົ້າເຖິງຂໍ້ມູນດັ່ງກ່າວ ໃນຖານະເປັນສ່ວນໜຶ່ງຂອງປະສານຮ່ວມງານກັບພາກສ່ວນທີສາມເຫຼົ່ານັ້ນ.
ບ່ອນທີ່ທ່ານເຂົ້າເບິ່ງເວັບໄຊທ໌ຂອງພາກສ່ວນທີສາມ ຈາກເວັບໄຊທ໌ຂອງ ANZ, ຂໍ້ມູນ cookie, ຂໍ້ມູນກ່ຽວກັບຄວາມມັກຂອງທ່ານ ຫຼື ຂໍ້ມູນອື່ນໆທີ່ທ່ານໄດ້ສະໜອງໃຫ້ກ່ຽວກັບຕົວທ່ານເອງ ອາດຈະຖືກເປີດເຜີຍແລກປ່ຽນລະຫວ່າງພວກເຮົາ ແລະ ພາກສ່ວນທີສາມດັ່ງກ່າວ. ໂດຍປົກກະຕິແລ້ວ ທ່ານບໍ່ສາມາດຖືກກຳນົດຕົນຕົວໄດ້ ຈາກຂໍ້ມູນທີ່ຖືກເປີດເຜີຍ; ຖ້າຂໍ້ມູນນີ້ສາມາດເປີດເຜີຍຕົວຕົນຂອງທ່ານ, ພວກເຮົາຈະຊອກຫາການເຫັນດີຈາກທ່ານ ກ່ອນທີ່ຈະເປີດເຜີຍຂໍ້ມູນດັ່ງກ່າວ.
ບັນດາເວັບໄຊທ໌ຂອງພາກສ່ວນທີສາມຈະປະກອບມີຖະແຫຼ່ງການຂໍ້ກຳນົດກ່ຽວກັບຄວາມລັບສ່ວນຕົວຂອງເຂົາເຈົ້າເອງ ແລະ ພາກສ່ວນທີສາມເຫຼົ່ານັ້ນມີຄວາມຮັບຜິດຊອບຕໍ່ກັບການປະຕິບັດຕາມຂໍ້ກຳນົດຄວາມເປັນສ່ວນຕົວຂອງເຂົາເຈົ້າເອງ.
ANZ ມີຄວາມຈຳເປັນຕ້ອງເກັບກຳທີ່ຢູ່ IP ຂອງທ່ານ ສຳລັບການສົ່ງຜ່ານຂໍ້ມູນກັບສ່ວນຕ່າງໆຂອງເວັບໄຊທ໌ຂອງANZ. ທີ່ຢູ່ IP ຂອງທ່ານແມ່ນຕົວລະບຸກຳນົດສຳລັບຄອມພິວເຕີຂອງທ່ານ ເມື່ອທ່ານນຳໃຊ້ອິນເຕີເນັດ.
ຍົກຕົວຢ່າງ, ANZ ເກັບກຳ ແລະ ຮັກສາທີ່ຢູ່ IP ຂອງທ່ານໄວ້ ເມື່ອທ່ານເຂົ້າໃນລະບົບ Internet Banking ຂອງ ANZ. ໃນຖານະເປັນສ່ວນໜຶ່ງຂອງຄວາມປອດໄພສຳລັບ Internet Banking ຂອງ ANZ, ANZ ຈະໃຊ້ຂໍ້ມູນນີ້ ເມື່ອພວກເຮົາພະຍາຍາມຄົ້ນຫາ ແລະ ປ້ອງກັນການໂອນຈ່າຍເງິນແບບສໍ້ໂກງ ໃນລະບົບ Internet Banking. ພວກເຮົາເກັບຮັກສາທີ່ຢູ່ IP ຂອງທ່ານເພື່ອຈຸດປະສົງຄວາມປອດໄພ ແລະ ການກວດສອບ. ພວກເຮົາຈະບໍ່ນຳໃຊ້ທີ່ຢູ່ IP ຂອງທ່ານ ແລະ ບໍ່ເປີດເຜີຍຕໍ່ກັບພາກສ່ວນທີສາມ ຍົກເວັ້ນໃນກໍລະນີເພື່ອຮັກສາຄວາມປອດໄພ, ມີການປະພຶດບໍ່ເໝາະສົມ ຫຼື ມີການຫຼອກລວງສໍ້ໂກງ, ເຊັ່ນວ່າ ການລັກເຂົ້າລະບົບຄອມພິວເຕີຂອງທ່ານ ຫຼື ຂອງພວກເຮົາໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການເບີກຈ່າຍໂອນເງິນແບບສໍ້ໂກງ.
ANZ ນຳໃຊ້ Doubleclick International Asia BV ເພື່ອນຳສົ່ງການໂຄສະນາທາງອອນລາຍຂອງທະນາຄານ ບ່ອນທີ່ປ້າຍໂຄສະນາຂອງ ANZ ຖືກບັນຈຸໄວ້ໃນເວັບໄຊທ໌ຂອງພາກສ່ວນທີສາມ ('ບໍລິສັດໂຄສະນາ').
ເມື່ອທ່ານເປີດເບິ່ງການໂຄສະນາຂອງ ANZ ຢູ່ເທິງເວັບໄຊທ໌ຂອງພາກສ່ວນທີສາມ, ບໍລິສັດໂຄສະນາ ນຳໃຊ້ 'cookies' ແລະ ໃນບາງກໍລະນີກໍ່ນຳໃຊ້ 'web beacons' ເພື່ອເກັບກຳຂໍ້ມູນເຊັ່ນວ່າ:
ເມື່ອທ່ານເຂົ້າເບິ່ງເວັບໄຊທ໌ຂອງ ANZ ຫຼັງຈາກເບິ່ງການໂຄສະນາຂອງ ANZ ໃນເວັບໄຊທ໌ຂອງພາກສ່ວນທີສາມ, ບໍລິສັດໂຄສະນາຈະເກັບກຳຂໍ້ມູນກ່ຽວກັບວ່າທ່ານໄດ້ນຳໃຊ້ເວັບໄຊທ໌ ANZ ແນວໃດ (ຕົວຢ່າງ ມີໜ້າໃດແດ່ທີ່ທ່ານເຂົ້າເບິ່ງ) ແລະ ທ່ານໄດ້ເຮັດສຳເລັດແບບຟອມຄຳຮ້ອງສະໝັກອອນລາຍສຳເລັດຫຼືບໍ່.
ຍິ່ງກວ່ານັ້ນ, ANZ ຍັງນຳໃຊ້ບໍລິສັດຕໍ່ໄປນີ້ ເພື່ອເກັບກຳຂໍ້ມູນກ່ຽວກັບວ່າທ່ານໝູນໃຊ້ເວັບໄຊທ໌ ANZ ແນວໃດ:
('ບໍລິສັດຕິດຕາມກວດກາ'). ບໍລິສັດຕິດຕາມເຫຼົ່ານີ້ ຍັງນຳໃຊ້ cookies ເພື່ອເກັບກຳເອົາຂໍ້ມູນທີ່ຄ້າຍຄືກັນກັບຂໍ້ມູນທີ່ເກັບກຳໂດຍ ບໍລິສັດໂຄສະນາ.
ບໍລິສັດໂຄສະນາ ແລະ ບໍລິສັດຕິດຕາມກວດກາ ('ບັນດາບໍລິສັດ') ນຳໃຊ້ຂໍ້ມູນນັ້ນເພື່ອ ດຳເນີນການວິເຄາະທາງດ້ານສະຖິຕິເພື່ອເບິ່ງການປະພຶດໂດຍລວມຂອງຜູ້ນຳໃຊ້, ແຕ່ການວິເຄາະດັ່ງກ່າວຈະບໍ່ອີງໃສ່ຂໍ້ມູນສ່ວນບຸກຄົນ. ANZ ນຳໃຊ້ການວິເຄາະເຫຼົ່ານັ້ນເພື່ອວັດແທກປະສິດທິຜົນຂອງການໂຄສະນາ ແລະ ຄວາມສົນໃຈຂອງລູກຄ້າທີ່ກ່ຽວຂ້ອງໃນສ່ວນຕ່າງໆຂອງເວັບໄຊທ໌ ANZ. ຕາມກົດລະບຽບທົ່ວໄປ, ຈະບໍ່ມີການເກັບກຳຂໍ້ມູນສ່ວນບຸກຄົນໃດໆໂດຍບັນດາບໍລິສັດ ໃນຂະບວນການນີ້. ແນວໃດກໍ່ຕາມ, ຖ້າມີຂໍ້ມູນໃດໆຖືກເກັບກຳໂດຍອັດຕະໂນມັດ, ບັນດາບໍລິສັດເຫຼົ່ານີ້ຖືກກຳນົດພາຍໃຕ້ການປະສານຮ່ວມງານ ຂອງເຂົາເຈົ້າກັບ ANZ ໃຫ້ຮັກສາຄວາມເປັນສ່ວນຕົວ ແລະ ຄວາມລັບຂອງຂໍ້ມູນສ່ວນບຸກຄົນນັ້ນ.
ພວກເຮົາອາດຈະເປີດເຜີຍຂໍ້ມູນທີ່ເກັບກຳໂດຍບໍລິສັດໃດໜຶ່ງ, ໃນແບບທີ່ເປັນຂໍ້ມູນສະຫຼູບລວມເທົ່ານັ້ນ, ຕໍ່ກັບພາກສ່ວນທີສາມ ເຊິ່ງລວມທັງຕໍ່ກັບບໍລິສັດຜູ້ໂຄສະນາທີ່ຮ່ວມງານກັນຢູ່ ແລະ ບໍລິສັດຜູ້ໂຄສະນາທີ່ສົນໃຈເຂົ້າມາຮ່ວມງານ.
ທ່ານສາມາດ opt-out of DoubleClick cookies. ຕົວ opt-out ນີ້ສາມາດໃຊ້ກັບ DoubleClick ເຊິ່ງຕິດຕາມຕົວ browser ທີ່ທ່ານກຳລັງໃຊ້ຜ່ານເຄື່ອຂ່າຍ DoubleClick ຂອງບັນດາເວັບໄຊທ໌, ລວມທັງເວັບໄຊທ໌ ANZ.
ພວກເຮົາໃຊ້ "cookies" ເປັນສ່ວນສຳຄັນຕົ້ນຕໍໃນການສື່ສານຕອບກັບອິນເຕີເນັດ browser ຂອງທ່ານ. ຈຸດປະສົງແມ່ນເພື່ອສະໜອງການບໍລິການທີ່ດີກວ່າ ແລະ ຕອບສະໜອງຄວາມຕ້ອງ ການຂອງລູກຄ້າໄດ້ດີກວ່າ ແລະ ເວັບໄຊທ໌ທີ່ມີປະສິດທິຜົນດີກວ່າ.
"cookie" ແມ່ນໄຟລບົດຄວາມນ້ອຍໆ ທີ່ບັນຈຸໄວ້ຢູ່ໃນຄອມພິວເຕີຂອງທ່ານໂດຍຕົວ server ເວັບໄຊທ໌ຂອງພວກເຮົາ. ໄຟລ cookie ສາມາດກູ້ກັບຄືນໄດ້ໃນເວລາຕໍ່ມາໂດຍຕົວ webpage servers ຂອງພວກເຮົາ. ໄຟຣ Cookies ມັກຈະຖືກໃຊ້ເລື້ອຍໆໃນເວັບໄຊທ໌ຕ່າງໆ ແລະ ທ່ານສາມາດເລືອກໃຫ້ໄຟຣ cookie ສາມາດຖືກຮັບ, ບໍ່ຖືກຮັບ ຫຼື ຖືກຮັບແບບໃດ ໂດຍການຕັ້ງຄ່າຄວາມຕ້ອງການ ແລະ ທາງເລືອກຂອງທ່ານໃນໂປຣແກຣມ browser ຂອງທ່ານ.
ANZ ນຳໃຊ້ cookies ສຳລັບສອງຈຸດປະສົງ. ພວກເຮົາສ້າງໄຟຣ cookie ໃດໜຶ່ງຕໍ່ກັບແຕ່ລະອິນເຕີເນັດ browser ທີ່ເຂົ້າເບິ່ງເວັບໄຊທ໌ ANZ. Cookie ນີ້ບໍ່ອະນຸຍາດໃຫ້ພວກເຮົາເກັບກຳຂໍ້ມູນທີ່ສາມາດກຳນົດຕົນຕົວສ່ວນບຸກຄົນຂອງທ່ານ. ພວກເຮົາໃຊ້ cookie ນີ້:
ສ່ວນໃຫຍ່ຂອງເວັບໄຊທ໌ANZ ດຳເນີນງານໂດຍການນຳໃຊ້ໄຟຣ cookie ປະເພດນີ້.
ເພາະສະນັ້ນ, ຖ້າທ່ານຕ້ອງການໝູນໃຊ້ເວັບໄຊທ໌ ANZ ໃຫ້ມີປະໂຫຍດສູງສຸດ, ທ່ານຈຳເປັນຕ້ອງຍອມຮັບເອົາໄຟຣcookies.
ນອກນັ້ນ ANZ ຍັງນຳໃຊ້ cookies ສຳລັບການບໍລິການທີ່ມີຄວາມປອດໄພ (ນັ້ນແມ່ນ ສ່ວນທີ່ ANZ ໃຊ້ການໃສ່ລະຫັດລັບຂໍ້ມູນ) ຢູ່ໃນເວັບໄຊທ໌ ANZ. Cookies ເຫຼົ່ານີ້ຖືກນຳໃຊ້ເພື່ອຈຸດປະ ສົງຫຼາກຫຼາຍຢ່າງ, ລວມທັງເຫດຜົນຄວາມປອດໄພ ແລະ ຄວາມເປັນສ່ວນຕົວ. ຖ້າbrowser ຂອງທ່ານຖືກຕັ້ງຄ່າໃຫ້ປະຕິເສດບໍ່ຮັບທຸກໆໄຟຣ cookies ທ່ານຈະບໍ່ສາມາດນຳໃຊ້ການບໍລິການທີ່ມີຄວາມປອດໄພ ຢູ່ເທິງເວັບໄຊທ໌ ANZ ທີ່ຕ້ອງການໃຫ້ມີໄຟຣcookies ເພື່ອໃຫ້ສາມາດເຂົ້າຮ່ວມ. ການບໍລິການເຫຼົ່ານັ້ນປະກອບມີ (ແຕ່ ບໍ່ຈຳກັດແຕ່):
ທ່ານອາດຈະຍັງສາມາດນຳໃຊ້ບາງຂໍ້ມູນໄດ້ - ສະເພາະໜ້າໃດໜຶ່ງ ເຖິງແມ່ນວ່າທ່ານບໍ່ໄດ້ຍອມຮັບເອົາໄຟຣ cookies.
ວີທີຮັບມືກັບອີເມວ
ພວກເຮົາຈະຮັກສາເນື້ອໃນຂອງອີເມວທີ່ທ່ານສົ່ງໃຫ້ພວກເຮົາ, ຖ້າພວກເຮົາເຊື່ອວ່າພວກເຮົາມີຂໍ້ກຳນົດດ້ານກົດໝາຍທີ່ອະນຸຍາດໃຫ້ພວກເຮົາເຮັດເຊັ່ນນັ້ນ. ເນື້ອໃນໜັງສືອີເມວອາດຈະຖືກຕິດ ຕາມເບິ່ງໂດຍພະນັກງານຂອງ ANZ ພວກເຮົາສຳລັບປະເດັນດ້ານຄວາມປອດໄພ ລວມທັງໃນບ່ອນທີ່ສົງໃສ່ວ່າມີການນຳໃຊ້ອີເມວໃນທາງທີ່ຜິດ; ການຕອບຂອງພວກເຮົາຕໍ່ກັບທ່ານອາດຈະຖືກຕິດຕາມກວດກາສຳລັບປະເດັນຄ້ຳປະກັນຄຸນນະພາບ.
ການນຳໃຊ້ ແລະ ການເປີດເຜີຍຂໍ້ມູນ
ພວກເຮົາພຽງແຕ່ຈະນຳໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນທີ່ສ້າງຂຶ້ນໂດຍໄຟຣ cookies ອີງໃສ່ນະໂຍບາຍດ້ານຄວາມເປັນສ່ວນຕົວຂອງ ANZ , ຂໍ້ກຳນົດສະເພາະ ແລະ ເພີ່ມເຕີມ ທີ່ກ່ຽວຂ້ອງກັບຄວາມເປັນສ່ວນຕົວ ເຊິ່ງນຳໃຊ້ກັບສ່ວນສະເພາະໃດໜຶ່ງຂອງເວັບໄຊທ໌ ANZ ແລະ ທີ່ໄດ້ກຳນົດໄວ້ໃນຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວນີ້.
ການຍອມຮັບ ແລະການປ່ຽນແປງຕໍ່ກັບຖະແຫຼ່ງການດ້ານຄວາມປອດໄພແລະຄວາມເປັນສ່ວນຕົວ
ທ່ານຮັບຮູ້ ແລະ ຍອມຮັບວ່າການນຳໃຊ້ເວັບໄຊທ໌ ANZ ຂອງທ່ານແມ່ນການສະແດງວ່າທ່ານຍອມ ຮັບເງື່ອນໄຂນຳໃຊ້ ແລະ ຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງ ANZ.
ນີ້ແມ່ນຖະແຫຼ່ງການກ່ຽວກັບຂໍ້ກຳນົດດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວທີ່ໃຊ້ໃນປະ ຈຸບັນ. ມັນປ່ຽນແທນທຸກໆຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສະບັບ ອື່ນໆສຳລັບເວັບໄຊທ໌ANZ ທີ່ໄດ້ປະກາດເຜີຍແຜ່ໃນເວັບໄຊທ໌ ANZ ດັ່ງກ່າວ ມາຮອດປະຈຸບັນ. ໃນທຸກເວລາ, ANZ ອາດຈະປ່ຽນແປງຖະແຫ່ຼງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວ ໂດຍການປະກາດເຜີຍແຜ່ຖະແຫຼ່ງການດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສະບັບປ່ຽນແປງໃໝ່ ຢູ່ໃນເວັບໄຊທ໌ ANZ. ທ່ານຍອມຮັບວ່າ ໂດຍການປະກາດເຜີຍແຜ່ແບບນີ້, ANZ ໄດ້ສະໜອງໃຫ້ທ່ານແຈ້ງການກ່ຽວກັບການປ່ຽນແປງຢ່າງຄົບຖ້ວນ.