ຢູ່ໃນທີ່ທີ່ທ່ານຢາກຢູ່
ພວກເຮົາຮັບຮູ້ວ່າ ບັນດາບໍລິສັດທີ່ຍິ່ງໃຫຍ່ ແມ່ນກ່ຽວກັບມີຄົນທີ່ດີເລີດ ແລະ ດັ່ງທີ່ເປັນສ່ວນໜຶ່ງຂອງວິໃສທັດຂອງພວກເຮົາທີ່ຈະກາຍເປັນ ຜູ້ຈ້າງງານທີ່ເປັນທາງເລືອກໃນລາວ, ພວກເຮົາຕັ້ງໃຈທີ່ຈະດຶງດູດເອົາ ແລະ ຝຶກອົບຮົມ ໃຫ້ຜູ້ທີ່ມີພອນສະຫວັນທີ່ສຸດ.
ນັ້ນໝາຍເຖິງ ຄົນທີ່ບໍ່ຢ້ານທີ່ຈະຕັດສິນໃຈທີ່ທ້າທາຍ. ນັກຄິດທີ່ສ້າງສັນ ເຊິ່ງສາມາດຊ່ວຍໃຫ້ພວກເຮົາຮັບເອົາຄວາມຫລາກຫລາຍ, ພົບກັບຄວາມທ້າທາຍຂອງການປ່ຽນແປງໂດຍກົງ ແລະ ສິ່ງທີ່ສຳຄັນທີ່ສຸດ ແມ່ນຮັບປະກັນວ່າພວກເຮົາສືບຕໍ່ການເດີນທາງຂອງພວກເຮົາ ໄປຕາມຈຸດມຸ້ງໝາຍ ຂອງການເປັນທະນາຄານທີ່ແມ່ນທາງເລືອກຂອງທ່ານ.
ການຮຽນຮູ້ ແລະ ການພັດທະນາ
ພວກເຮົາຕ້ອງການໃຫ້ທ່ານ ເຕີບໂຕ, ພັດທະນາ ແລະ ຮຽນຮູ້ກັບທະນາຄານເອເອັນແຊັດ ວຽງຈັນພານິດ ຈຳກັດ. ຍ້ອນແນວນັ້ນ, ພວກເຮົາຈັດຝຶກອົບຮົມແບບໃໝ່ ແລະ ພັດທະນາທາງແກ້ໄຂ ທີ່ອອກແບບໃຫ້ໄດ້ຕາມຄວາມຕ້ອງການຂອງທ່ານ ແລະ ອົງການຂອງທ່ານ. ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ຮັບຮູ້ວ່າ ຄວາມໄດ້ປຽບແບບແຂ່ງຂັນ ແມ່ນຂຶ້ນກັບການພັດທະນາຢ່າງຕໍ່ເນື່ອງຂອງພະນັກງານພວກເຮົາ. ທ່ານຈະຖືກຝຶກອົບຮົມສຳລັບໜ້າທີ່ ທີ່ທ່ານໄດ້ຮັບ ໃນຂະນະດຽວກັນ ກໍ່ຖືກພັດທະນາເພື່ອອະນາຄົດ. ແຜນງານຂອງພວກເຮົາ ມີຈຸດສຸມທີ່ສະເໝີຕົ້ນສະເໝີປາຍ ກ່ຽວກັບອາຊີບ ແລະ ການພັດທະນາຂອງຄົນ ລວມທັງການໂອກາດໃນການຮຽນທາງໄກ ແລະ ການໄປເຮັດວຽກຢູ່ບ່ອນອື່ນໃນໄລຍະສັ້ນ.
ໃນຖານະທີ່ເປັນບໍລິສັດຍັກໃຫຍ່ ແລະ ປະສົບຜົນສຳເລັດໃນປະເທດອົດສະຕາລີ, ຄຸນຄ່າຂອງເອເອັນແຊັດແມ່ນຢາກຈະຊ່ວຍສົ່ງເສີມອາຄົດຂອງທຸລະກິດ, ຜູ້ຮ່ວມທຶນ, ພະນັກງານ, ລູກຄ້າ ແລະ ຊຸມຊົນ. ທຸລະກິດຂອງພວກເຮົາໄດ້ໃຫ້ບໍລິການແກ່ລູກຄ້າຫລາຍ ກວ່າ 6 ລ້ານລູກຄ້າ ແລະ ສ້າງລາຍໄດ້ເຖິງ 347 ພັນລ້ານ ໂດລາສະຫະລັດ. ເອເອັນແຊັດໄດ້ຈ້າງພະນັກງານ ຫລາຍກວ່າ 30,000ຄົນ ແລະ ນີ້ສະແດງໃຫ້ເຫັນເຖິງຕະຫລາດຂັ້ນພື້ນຖານ ຂອງ ອົດສະຕາລີ ແລະ ນິວຊີແລນ ລວມເຖິງ ອາຊີປາຊີຟິກ, ປະເທດອັງກິດ, ເອີຣົບ ແລະ ສະຫະລັດອາເມລິກາ
ຄວາມກ້າວໜ້າ ແລະ ຄວາມທ້າທາຍ
ຄວາມກ້າວໜ້າ ແລະ ຄວາມທ້າທາຍ ພວກເຮົາບໍ່ຄາດຫວັງ ວ່າ ທຸລະກິດຂອງພວກ ເຮົາຈະຢຸດຢູ່ກັບທີ່ ແລະ ໄປທາງດຽວສຳລັບພະນັກງານຂອງພວກເຮົາ. ທ່ານສະແດງໃຫ້ພວກ ເຮົາເຫັນເຖິງຄວາມ ມຸ້ງໝັ້ນຕັ້ງໃຈຂອງທ່ານ ແລະ ຄວາມອາດສາມາດທີ່ບົ່ມຊ້ອນ ເພື່ອຊ່ວຍໃຫ້ພວກເຮົາ ໄດ້ຕາມຈຸດປະສົງຍຸດທະສາດ ແລະ ພວກເຮົາຈະເປີດໂອກາດໃຫ້ແກ່ທ່ານ ເພື່ອປະສົບຜົນສຳເລັດ ໃນເປົ້າ ໝາຍໃນ ອາຊີບວຽກງານຂອງທ່ານ. ໂດຍທຳມະຊາດຂອງທຸລະກິດ ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ ແມ່ນໃຫ້ຄວາມທ້າທາຍ. ພວກເຮົາຈະສືບຕໍ່ຍົກລະດັບຄາດໝາຍ, ຊຸກຍູ້ການປະກອບຄຳຄິດຄຳເຫັນ, ການໂຕ້ວາທີ ແລະ ແນວຄວາມຄິດ ສ້າງສັນ. ພວກເຮົາບໍ່ເຄີຍຕີລາຄາຕ່ຳ ພະລັງຂອງແນວ ຄວາມຄິດລິເລີ່ມ ແລະ ພວກເຮົາຈະໃຫ້ທຸກໆໂອກາດແກ່ທ່ານ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄວາມຄິດຂອງທ່ານເອງ. ອີກຢ່າງໜຶ່ງ ມັນແມ່ນໂອກາດຂອງທ່ານ ເພື່ອສ້າງຄວາມແຕກຕ່າງທີ່ສະຫລາດຫລັກແຫລມ ໃຫ້ແກ່ທຸລະກິດຂອງພວກເຮົາ ແລະ ແກ່ອາຊີບຂອງທ່ານ
ລາງວັນ ແລະ ການຮັບຮູ້
ຢູ່ທີ່ທະນາຄານ ເອເອັນແຊັດ ວຽງຈັນພານິດ ຈຳກັດ, ພະນັກງານຂອງພວກເຮົາ ແມ່ນຖືກໃຫ້ລາງວັນ ສຳລັບການປະພືດດີ, ມີຄວາມຕັ້ງໃຈ ແລະ ຄວາມມັກທີ່ແທ້ຈິງໃນທຸລະກິດຂອງພວກເຮົາ ແລະ ຜົນງານ ທີ່ພວກເຂົາໄດ້ເຮັດສຳເລັດ. ພວກເຮົາໃຫ້ເງິນເດືອນ ແລະ ຜົນປະໂຫຍດ ທີ່ໜ້າດຶງດູດໃຈ ແລະ ທີ່ແຂ່ງຂັນໃນຕະຫລາດ.
ພວກເຮົາໃຫ້ຄວາມສຳຄັນແກ່ພະລັງງານ, ຄວາມຕັ້ງໃຈ ແລະ ຄວາມມັກທີ່ແທ້ຈິງ, ຄວາມສັດຊື່, ຄວາມຕັ້ງໃຈໃນການເຮັດວຽກທີ່ມີຄວາມສ່ຽງ ແລະ ການຄິດທີ່ແຕກຕ່າງ. ພວກເຮົາໃຫ້ຄວາມສຳຄັນແກ່ແນວ ຄວາມຄິດ ແລະ ການປະກອບສ່ວນ, ແຕ່ສິ່ງສຳຄັນ ແມ່ນພວກເຮົາ ໃຫ້ຄວາມສຳຄັນສູງ ກ່ຽວກັບ ຄວາມຫລາກຫລາຍ ແລະ ມັນໄດ້ກາຍເປັນກຳລັງຂັບເຄື່ອນຕົ້ນຕໍ ທີ່ຢູ່ເບື້ອງຫລັງ ການດຳເນີນທຸລະກິດຂອງພວກເຮົາໃນທຸກລະດັບໃນອົງການຈັດຕັ້ງ.