skip to log on skip to main content
VoiceOver users please use the tab key when navigating expanded menus

ລາວ

ເຊື່ອມຕໍ່ລູກຄ້າກັບຜູ້ຊ່ຽວຊານເກືອບ 30 ປະເທດທົ່ວໂລກ

ລາວ | English


ເອເອັນແຊັດ ໃນ ສ.ປ.ປ ລາວ

ເອເອັນແຊັດ ເປັນທະນາຄານສາກົນແຫ່ງທໍາອິດ ທິ່ດໍາເນີນທຸລະກິດໃນ ສ.ປ.ປ ລາວ ນັບຕັ້ງແຕ່ ປີ 2007 ເປັນຕົ້ນມາ. ໃນປີ 2019, ທຸລະກິດຂອງເອເອັນແຊັດ ຢູ່ໃນ ສປປ ລາວ ໄດ້ຖືກໂອນ ຈາກ ທະນາຄານລູກ ຄື ທະນາຄານ ເອເອັນແຊັດ (ລາວ) ຈຳກັດ ເປັນ ສາຂາຂອງ ກຸ່ມທະນາຄານ ອົດສະຕຣາລີ ແລະ ນິວຊີແລນ ຈຳກັດ ແລະ ໄດ້ກາຍເປັນ ກຸ່ມທະນາຄານ ອົດສະຕຣາລີ ແລະ ນິວຊີແລນ ຈຳກັດ ສາຂາລາວ.

ພວກເຮົາເປັນ ໜຶ່ງໃນທະນາຄານສາກົນຊັ້ນແນວໜ້າໃນລາວ ແລະ ມຸ້ງຫວັງທີ່ຈະເປັນຜູ້ນໍາ ດ້ານມາດຕະຖານການທະນານຄານໃນລາວ ແລະ ດໍາເນີນທຸລະກິດ ເພື່ອບັນດາລູກຄ້າ, ພະນັກງານ ແລະ ຜູ້ຖືຮຸ້ນຂອງພວກເຮົາ. ເປົ້າໝາຍຂອງເຮົາແມ່ນນໍາເອົາຜະລິດຕະພັນ ແລະ ການບໍລິການລະດັບສາກົນເພື່ອສະໜອງໃຫ້ກັບບັນດາລູກຄ້າ ທີ່ດຳເນີນທຸລະກິດຂ້າມຊາດ ແລະ ຫົວໜ່ວຍທຸລະກິດຂະໜາດໃຫຍ່ໃນລາວ.

ພວກເຮົາເປັນສະມາຊິກໂດຍກົງຂອງລະບົບການຊຳລະສະສາງ ແຫ່ງຊາດ ທີ່ດຳເນີນການໂດຍທະນາຄານ ແຫ່ງ ສ.ປ.ປ ລາວ, ຊຶ່ງຮັບປະກັນການໂອນເງິນທັນທີພາຍໃນປະເທດ. ພວກເຮົາສະໜອງຊ່ອງທາງບໍລິການ ທະນາຄານເອເລັກໂຕຼນິກ ທີ່ສະດວກສະບາຍໃຫ້ແກ່ລູກຄ້າປະເພດທຸລະກິດ ທີ່ພວກເຮົາສາມາດເຊື່ອມຕໍ່ກັບທະນາຄານໃຫຍ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດໄດ້.

ການຊ່ວຍເຫຼືອສັງຄົມ.

ທະນາຄານ ເອເອັນແຊັດ ມີຄວາມມຸ້ງຫວັງໃນການຊ່ວຍເຫຼືອຊຸມຊົນບ່ອນທີ່ພວກເຮົາດໍາເນີນທຸລະກິດຢູ່. ໃນການດຳເນີນທຸລະກິດແບບຍືນຍົງ ໂດຍການພິຈາລະນາຢ່າງຮອບຄອບເຖິງທຸກທຸລະກໍາທີ່ເຮົາດໍາເນີນງານຢູ່ ພວກເຮົາສາມາດຮັບປະກັນ ການນຳເອົາຜົນປະໂຫຍດສູງສຸດມາສູ່ ສ.ປ.ປ ລາວ ແລະ ຊຸມຊົນ ດັ່ງນັ້ນ ພວກເຮົາ ຈຶ່ງມີກິດຈະກຳການຊ່ວຍເຫຼືອສັງຄົມໃນຫຼາຍໆດ້ານ ໂດຍຄຽງຄູ່ກັບການດໍາເນີນທຸລະກິດ ບໍ່ວ່າຈະເປັນຊ່ວຍເຫຼືອດວ້ຍການມອບສິ່ງຂອງທີ່ຈໍາເປັນ ແລະ ຊ່ວຍເຫຼືອອົງປະກອບໃນການເຂົ້າເຖິງການສຶກສາ. ຈຸດປະສົງຂອງພວກເຮົາແມ່ນການປັບປຸງ ຊວ່ຍເຫລືອ ເພື່ອການພັດທະນາຄົນ ແລະ ຊຸມຊົນ.

ວາລະສໍາຄັນໃນການອຸປະຖໍາສັງຄົມ:

  • MoneyMinded, ແມ່ນໂຄງການ ໜຶ່ງທີ່ສໍາຄັນຂອງ ທະນາຄານເອເອັນແຊັດ
    ໂດຍເປັນໂຄງການທີ່ຊ່ວຍໃຫ້ຄວາມຮູ້ການບໍລິຫານເງິນພາຍໃນຄົວເຮືອນ ເພື່ອໃຫ້ພວກເຂົາສາມາດກໍານົດ ແຜນລາຍຮັບ-ລາຍຈ່າຍ ໃນຄອບຄົວຢ່າງມີປະສິດທິພາບ. ໂຄງການນີ້້   ເປັນປະໂຫຍດແກ່ຊຸມຊົນນັບຕັ້ງແຕ່ ໄດ້ເຂົ້າມາໃນລາວຄັ້ງທຳອິດແຕ່ປີ 2015.

ລາງວັນແລະຜົນງານ:

  • ລາງວັນ Bank of the year 7 ຄັ້ງ ໂດຍວາລະສານ The Banker ໃນປີ 2015, 2014, 2013, 2012, 2010, 2009 ແລະ 2007
  • ລາງວັນ Friends to ASEAN, ໂດຍ ທະນາຄານ ເອເອັນແຊັດ ໄດ້ຮັບລາງວັນຈາກການມີສ່ວນຮ່ວມຕໍ່ການເປັນສ່ວນນຶ່ງໃນການເຕີບໃຫຍ່ຂອງເສດຖະກິດອາຊຽນ, ໂດຍໄດ້ຮັບຈາກ ASEAN Business Advisory Council ປີ 2016.

ລາງວັນແລະຜົນງານອື່ນໆຂອງພວກເຮົາຈາກພາກສ່ວນອື່ນ.

ເຊື່ອມຕໍ່ໂອກາດທາງທຸລະກິດຂອງທ່ານກັບສູນກາງການຄ້າ ແລະ ກະແສທຶນ

ພວກເຮົາມີພ້ອມທັງຄວາມຮູ້ກ່ຽວກັບຕະຫຼາດ ແລະ ສາຍສໍາພັນທາງທຸລະກິດ, ຄວາມຫຼາກຫຼາຍທາງດ້ານຜະລິດຕະພັນ, ຄວາມເປັນມືອາຊີບ ແລະ ຊ່ຽວຊານໃນຂະແໜງອຸດສະຫະກຳ ເພື່ອທີ່ຈະສະໜອງຜະລິດຕະພັນ ແລະ ການບໍລິການໃຫ້ແທດເໝາະກັບຄວາມຕ້ອງການຂອງລູກຄ້າ ໃນລາວ ແລະ ເກືອບ 30 ປະເທດທີ່ເຮົາດຳເນີນທຸລະກິດຢູ່.

ເງິນຝາກຂອງທ່ານໄດ້ຮັບການປົກປ້ອງ ຈາກສຳນັກງານປົກປ້ອງເງິນຝາກ ຕາມລະບຽບການ

Top